ສເກົາຫລີເພີ່ມທະວີODAໃຫ້ແກ່ບັນດາປະເທດພວມພັດທະນາ

ສເກົາຫລີເພີ່ມທະວີODAໃຫ້ແກ່ບັນດາປະເທດພວມພັດທະນາ - ảnh 1
ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye
ພາບ: hanoimoi.com

(vovworld)- ວັນ​ທີ 29/2, ລັດ​ຖະ​ບານ ສ​ເກົາ​ຫລີ ໄດ້​ປະ​ກາດວ່າ ນັບ​ແຕ່ນີ້​ຮອດ​ປີ 2020 ຈະ​ສະ​ຫນອງ​ບັນ​ດາ​ບ້ວງ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ ODA ລວມ​ມູນ​ຄ່າ​ຂຶ້ນ​ເຖິງ 500 ລ້ານ USD ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ. ໃນ​ປີນີ້ ຈະ​ປ່ອຍ​ຈຳ​ນວນ​ເງິນ 80 ລ້ານ USD. ໃນ​ຍອດ​ຈຳ​ນວນ​ເງິນ​ຊ່ວຍ​ເຫລືອນັ້ນ, 200 ລ້ານ USD ແມ່ນ​ສະ​ຫງວນ​ໃຫ້​ຂໍ້​ລິ​ເລີ່ມ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ເດັກ​ຍິງ ຊື່ງ​ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye ປະ​ກາດ​ທີ່ກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຊື່ງ​ຈັດ​ຂຶ້ນ​ໃນ​ເດືອນ 9/2015. ສ່ວນ 200 ລ້ານ USD ທີ່​ຍັງ​ເຫລືອ ຈະ​ເບີກ​ຈ່າຍ​ໃຫ້​ບັນ​ດາ​ໂຄງ​ການ​ໃຫຍ່ ຢູ່ Uzbekistan, Nepal, Ethiopia, Columbia, Peru ແລະ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ