ສ.ເກົາຫຼີສົ່ງເສີມການຮ່ວມມືກັບບັນດາວິສາຫະກິດທົ່ງພຽງແມ່ນ້ຳຂອງ

ສ.ເກົາຫຼີສົ່ງເສີມການຮ່ວມມືກັບບັນດາວິສາຫະກິດທົ່ງພຽງແມ່ນ້ຳຂອງ - ảnh 1
(ພາບ​ປະ​ກອບ)

(vovworld) – ໃນ​ວັນ​ທີ 30/3, ການ​ນຳ​ ຄະ​ນະ​ຊີ້​ນຳ​ທິດ​ຕາ​ເວ​ັນ​ຕົກ​ຂອງ​ພາກ​ໃຕ້ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກກັບ​​ຄະນະ​ປະ​ຕິ​ບັດ​ງານ​ ສ.ເກົາຫຼີ​ ໂດຍ​ທ່ານ Hong Soon Chang, ຮອງ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫ​ຍ່​ ສ.ເກົາຫຼີ​ ປະ​ຈຳ​ ນະ​ຄອນຫຼວງ​ໂຮ່​ຈີ​ມີນ ເປັນ​ຫົວ​ໜ້າ​ຄະ​ນະ. ນະ​ທີ່ນີ້, ທ່ານ ຫງວຽນ​ຟອງກວາງ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ ຄະ​ນະ​ຊີ້​ນຳ​ທິດ​ຕາ​ເວ​ັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດ​ນາມ, ໃຫ້​ຮູ້​ວ່າ: ທົ່ງ​ພຽງ​ແມ່​ນ້ຳ​ຂອງ ແມ່ນ ເຂດ​ຈຸດ​ສຸມ ກ່ຽວ​ກັບ​ການ​ຜະ​ລິດສະ​ບ​ຽງ​ອາ​ຫານ, ຕົ້ນ​ໄມ້​ກີນ​ໝາກ ແລະ ລ້ຽງ​ປູກ​ສີນ​ທະ​ເລ ຂອງ​ຫວຽດ​ນາມ, ທຸກໆ​ປີ​ປະ​ກອບ​ສ່ວນ  ປະ​ລິ​ມານ​ການ​ຜະ​ລິດ​ໝາກໄມ້ 70%,  ປະ​ລິ​ມານ​ການ​ຜະ​ລິດສີນ​ທະ​ເລ 68% ແລະ ​ສະ​ໜອງ​ປະ​ລິ​ມານ​ເຂົ້າ​ສົ່ງ​ອອກ ປະ​ມານ 90% . ດັ່ງ​ນັ້ນ, ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຂອງ ຄະນະ​ປະ​ຕິ​ບັດ​ງານ​ ສ.ເກົາຫຼີ​ ກັບ ຄະ​ນະ​ຊີ້​ນຳ​ທິດ​ຕາ​ເວ​ັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດ​ນາມ ​ແມ່ນໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ໄດ້​ພົບ​ປະ​ແລກ​ປ່ຽນ, ຊອກ​ຫາ​ໂອ​ກາດ​ໃນ​ການ​ລົງ​ທຶນ, ​ການຮ່ວມ​ມື​ໃນ​ອະ​ນາ​ຄົດ ກັບ​ບັນ​ດາ​ແຂວງ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.  ສຳ​ລັບ​ຝ່າຍ ສ.​ເກົາຫຼີ​, ທ່ານ Hong Soon Chang ປາດ​ຖະ​ໜາ​ວ່າ ຄະ​ນະ​ຊີ້​ນຳ​ທິດ​ຕາ​ເວ​ັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດ​ນາມ  ຈະ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື, ຮ່ວມ​ສຳ​ພັນ, ສົ່ງ​ເສີມ​ການ​ລົງ​ທຶນ ລະ​ຫວ່າງ​ ແຂວງ, ເມືອງ ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂ​ອງ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ເກົາຫຼີ​ໃຕ້ ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ