ສ.ເກົາຫຼີ-ອາເມລິກາຢັ້ງຢືນຄືນການຜັນຂະຫຍາຍTHAADໃນປີ2017

ສ.ເກົາຫຼີ-ອາເມລິກາຢັ້ງຢືນຄືນການຜັນຂະຫຍາຍTHAADໃນປີ2017 - ảnh 1
ລະ​ບົບ​ປ້ອງ​ກັນ​​ລູກ​ສອນ​ໄຟ​ລະ​ດັບ​ສູງ​ໄລ​ຍະ​ສຸດ​ທ້າຍ (THAAD)
(ພາບ:Sputnik)

(vovworld) - ວັນ​ທີ 31/1, ທ່ານ Han Min – koo, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ James Mattis ໄດ້​ຢັ້ງ​ຢືນຄືນ​ແຜນ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​​ລູກ​ສອນ​ໄຟ​ລະ​ດັບ​ສູງ​ໄລ​ຍະ​ສຸດ​ທ້າຍ (THAAD) ໃນ​ປີນີ້​ເພື່ອ​ຮັບ​ມື​ກັບ ສ​ປ​ປ ເກົາຫຼີ. ແຈ້ງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ ເກົາຫຼີ ໄດ້​ໃຫ້​ຮູ້​ວ່າ ເຈົ້າ​ໜ້າ​ທີ 2 ທ່ານ​ດັ່ງ​ກ່າວ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ແກ່​ຍາວ​ເປັນ​ເວ​ລາ 30 ນາ​ທີ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັກ​ສາ​ການກຽມ​ພ້ອມ​ຮັບ​ມື​ກັບ​ທຸກໆ​ການກ​ະ​ທຳ​ເກາະ​ຜິດ​ຂອງ  ສ​ປ​ປ ເກົາຫຼີ, ໃນ​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ແຫຼມ ເກົາຫຼີ ພາຍຫຼັງ​ການ​ນຳ ສ​ປ​ປ ເກົາຫຼີ ໄດ້​ຖະ​ແຫຼງ​ກຽມ​ພ້ອມ​ຍິງ​ລຸກ​ສອນ​ໄຟ​ນຳ​ວິ​ຖີ​​ຂ້າມ​ທະ​ວີບ​ໃນ​ບົດ​ກ່າວ​ປາ​ໄສ​ຕົ້ນ​ປີ​ໃໝ່​ຫວ່າງມໍ່ໆ​ມາ​ນີ້.


ຂ່າວ/ບົດ​ອື່ນ