ສ.ເກົາຫຼີແລະຈີນຄັດຄ້ານບັນດາການຳຍີ່ປຸ່ນໄວ້ອາໄລຢູ່ວິຫານ Yasukuni

(VOVWORLD) -ພາຍຫຼັງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຝາກເຄື່ອງບູຊາໄປໄວ້ອາໄລຢູ່ວິຫານ Yasukuni ແລະ ມີສະມາຊິກລັດຖະສະພາບາງທ່ານໄດ້ມາໄວ້ອາໄລ ເນື່ອງໃນໂອກາດ 72 ປີແຫ່ງວັນຍີ່ປຸ່ນ ຍ້ອມຈຳນົນໃນສົງຄາມໂລກຄັ້ງທີ 2.

ສ.ເກົາຫຼີແລະຈີນຄັດຄ້ານບັນດາການຳຍີ່ປຸ່ນໄວ້ອາໄລຢູ່ວິຫານ Yasukuni - ảnh 1 ສະມາຊິກລັດຖະສະພາບາງທ່ານໄດ້ມາໄວ້ອາໄລ

(ພາບ:  Kyodo/TTXVN)

ວັນທີ 15 ສິງຫາ, ຈີນ ແລະ ສ.ເກົາຫຼີ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ຍີ່ປຸ່ນ ປະເຊີນໜ້າກັບອະດີດຕະການໃນໄລຍະສົງຄາມຢ່າງເຂັ້ມງວດ. ກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ອອກຖະແຫຼງການສະແດງໃຫ້ເຫັນ “ຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງບັນດາການນຳລັດຖະບານ ແລະ ສະພາແຫ່ງຊາດຍີ່ປຸ່ນ ໄປໄວ້ອາໄລຢູ່ວິຫານເຊີດຊູປະຫວັດສາດສົງຄາມຮຸກຮ້ານອີກຄັ້ງໜຶ່ງ”. ທີ່ປັກກິງ, ໂຄສົກະຊວງການຕ່າງປະເທດຈີນ ທ່ານນາງ ຄວາຈວນຢິງ ຖະແຫຼງວ່າ ຈີນ ເດັດດ່ຽວຄັດຄ້ານ “ການກະທຳທີ່ຜິດພາດ” ຂອງຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງວິຫານດັ່ງກ່າວ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາງ ຄວາຈວນຢິງ “ຮຽກຮ້ອງໃຫ້ຍີ່ປຸ່ນ ຕ້ອງປະເຊີນໜ້າຢ່າງເຂັ້ມງວດ ແລະ ນຶກຄິດຢ່າງເຖິງຖອງກ່ຽວກັບປະຫວັດສາດຂຸນເສິກຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ