ສື່​ເອ​ເລັກ​ໂຕ​ນິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈັດ​ການ​ສຳ​ພາດ​ທາງ​ອອນ​ລາຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ສ​ສ​ຊ ຊຸດ​ທີ 15

(VOVWORLD) - ການສຳພາດທາງອອນລາຍ ແມ່ນເພື່ອແນໃສ່ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງ ເຫັນແຈ້ງຄວາມໝາຍ ແລະ ຄວາມສຳຄັນຂອງການເລືອກຕັ້ງ ສສຊ ຊຸດທີ 14 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 – 2026.
ສື່​ເອ​ເລັກ​ໂຕ​ນິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈັດ​ການ​ສຳ​ພາດ​ທາງ​ອອນ​ລາຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ສ​ສ​ຊ ຊຸດ​ທີ 15 - ảnh 1ພາບ: ຫງອກແອັງ

    ວັນທີ 14 ພຶດສະພາ, ສື່ເອເລັກໂຕນິກພັກກອມມູນິດຫວຽດນາມ ຈັດການສຳພາດທາງອອນລາຍ ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ 15 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 - 2026 ດ້ວຍຫົວເລື່ອງ “ວັນບຸນຂອງທົ່ວປວງຊົນ”

   ການສຳພາດທາງອອນລາຍ ແມ່ນເພື່ອແນໃສ່ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງ ເຫັນແຈ້ງຄວາມໝາຍ ແລະ ຄວາມສຳຄັນຂອງການເລືອກຕັ້ງ ສສຊ ຊຸດທີ 15 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 – 2026. ການສຳພາດທາງອອນລາຍ ໄດ້ຍົກອອກຄວາມຕອບສະໜອງ, ສະໜັບສະໜູນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປຊຊ ທຸກຊັ້ນວັນນະ ໃນການຕັ້ງໜ້າກະກຽມ ມຸ່ງໄປເຖິງວັນເລືອກຕັ້ງຄືວັນອາທິດທີ 23 ພຶດສະພາທີ່ຈະມາເຖິງ. ຜ່ານນັ້ນ, ໄດ້ແນະນຳກັບ ປຊຊ ໂລກ ຮັບຮູ້ ບັນຍາກາດປະຊາທິປະໄຕ ໃນວິວັດການເລືອກຕັ້ງ; ປະກອບສ່ວນຕໍ່ສູ້, ປະຕິເສດຂໍ້ມູນຂ່າວ, ທັດສະນະທີ່ຜິດພາດ, ເສກສັນປັ້ນແຕ່ງ ເພື່ອທຳລາຍການເລືອກຕັ້ງ, ສວຍໃຊ້ການເລືອກຕັ້ງເພື່ອກະຕຸກຊຸກຍູ້, ກໍ່ຄວາມວຸ້ນວາຍ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຕ້ານພັກ ແລະ ລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ