ຫຼັກການ 6 ຂໍ້ຢັ້ງຢືນບົດບາດ ໃຈກາງ

ຫຼັກການ 6 ຂໍ້ຢັ້ງຢືນບົດບາດ ໃຈກາງ - ảnh 1

ລັດຖະມົນຕີການຕ່າງປະເທດກຳປູເຈຍ Hor Namhong
ແລະ  ລັດຖະມົນຕີການຕ່າງປະເທດອີນໂດເນເຊຍMarty Natalegawa ທີ່ການພົບປະຢູ່ພະນົມເປັນເມື່ອວັນທີ 19/7
(ພາບ: AP)

Vovworld- ພາຍຫຼັງບັນດາຄວາມມານະພະຍາຍາມຂອງລັດຖະມົນຕີການຕ່າງປະເທດອີນໂດເນເຊຍ ທ່ານ  Natalegawa, ພິ​ເສດ​ແມ່ນ​ບັນດາ​ການ​ທາ​ບທາມ​ໂດຍກົງກັບລັດຖະມົນຕີການ ຕ່າງປະ ເທດຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ, ບັນດາ ປະເທດອາຊຽນ ໄດ້ເປັນເອກະພາບກ່ຽວ​ກັບຫຼັກການ 6 ຂໍ້ຂອງ​ອາ​ຊຽນກ່ຽວ​ກັບ​ບັນຫາ​ທະ​ເທ​ຕາ​ເວັນ​ອອກ, ຊຶ່ງ​ແມ່ນ​ເອກະສານ​ຢັ້ງຢືນ​ຄວາມ​ສາມັກຄີ​ໃນ​ກຸ່ມ​ອາ​ຊຽນກໍ​ຄື​ເພື່ອ​ສ້າງ​ພື້ນ​ຖານ​ຮັບປະກັນ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ເຄົາລົບ, ປະ​ຕິ​ບັດ​ຕາມ​ວິທີ​ການ​ກະທຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ ລັດຖະມົນຕີການຕ່າງປະເທດ ອາ​ຊຽນ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ພາຄີ​ທີ່​ມີ​ຕໍ່ ຫຼັກການ 6 ຂໍ້​ເຊັ່ນ: ປະຕິບັດ​ຖະ​ແຫຼ​ງການ​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ວິທີ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ; ​ເຄົາລົບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ມາຍ​ທະ​ເລ​ປີ 1982( UNCLOS), ທຸກໆ​ຝ່າຍ​ຕ້ອງ​ລະງັບ​ໃຈ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ; ​ແກ້​ໄຂ​ບັນດາ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ສອດ​ຄອງ​ກັບ​ບັນດາ​ຫຼັກການ ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນມີ UNCLOS . ​ເອກະສານ​ສະບັບ​ນີ້ ​ໄດ້​ຢືນຢັນ​ຄືນ​ບັນດາ​ຫຼັກກາ​ນພື້ນຖານ​ຂອງ​ອາ​ຊຽນ​ໃນ​ບັນຫາ ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ນັ້ນ, ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ຂອງ​ອາ​ຊຽນ ​ແລະ ຢືນຢັນ​ເລື່ອງ​ອາ​ຊຽນສືບ​ຕໍ່​ເສີມຂະຫຍາຍ​ບົດບາດ​ໃຈກາງ​ຂອງຕົນ​ໃນ​ບັນຫາ​ທີ່​ເຄັ່ງຮ້ອນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາທະ​ເລ​ຕາ​ເວັນ​ອອກ.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ