ຫັນທິດຍຸດທະສາດຈາກການຮຽບຮຽງໄປສູ່ການສ້າງກົດໝາຍໃຫ້ສົມບູນແບບ

ຫັນທິດຍຸດທະສາດຈາກການຮຽບຮຽງໄປສູ່ການສ້າງກົດໝາຍໃຫ້ສົມບູນແບບ - ảnh 1
ແຂວງ​ຊອກ​ຈັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທົ່​ວປະ​ເທດ ເພື່ອ​ຜັນ​ຂະ​ຫຍາຍ​ວຽງ​ການ​ຍຸດ​ຕິ​ທຳ​ປີ 2016 ແລະ ກຳ​ນົດ​ທິດ​ທາງ​ອາ​ຍຸ​ການ 2016-2020


(vovworld)- ຕອນ​ເຊົ້າ​ວັນ​ທີ 8/1, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທົ່​ວປະ​ເທດ ເພື່ອ​ຜັນ​ຂະ​ຫຍາຍ​ວຽງ​ການ​ຍຸດ​ຕິ​ທຳ​ປີ 2016 ແລະ ກຳ​ນົດ​ທິດ​ທາງ​ອາ​ຍຸ​ການ 2016-2020. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ  ອວງ​ຈູ​ລິວ ສະ​ເໜີ​ວ່າ :

    “ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມຄວນ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ສ້າງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ, ປັບ​ປຸງ ແລະ ສ້າງ​ບັນ​ດາ​ຮ່າງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ. ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານກວດ​ກາ, ແກ້​ໄຂ​ບັນ​ຫາ​ເອ​ກະ​ສານ​ນິ​ຕິ​ກຳ, ຕິດ​ພັນ​ກັບ​ວຽກ​ງານກວດ​ກາ​ລະ​ບຽບ​ການ​ບໍ​ລິ​ຫານ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ, ເໝາະ​ສົມ, ແກ້​ໄຂ​ສະ​ພາບ​ນະ​ໂຍ​ບາຍ, ກົດ​ໝາຍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແຕ່​ຍາກ​ທີ່​ຈະ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ຕ້ອງ​ໂຈະ​ການ​ນຳ​ໃຊ້ຫຼື​ປັບ​ປຸງ​ໃໝ່​ພາຍຫຼັງ​ທີ່​ມີ​ຜົນ​ສັກ​ສິດ​ເປັນ​ໄລ​ຍະ​ໜຶ່ງ ”
ຂ່າວ/ບົດ​ອື່ນ