ຫັນປ່ຽນພື້ນຖານກະສິກຳຫວຽດນາມ ຕາມທິດທັນສະໄໝ, ຍືນຍົງ ຕິດພັນກັບວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ

(VOVWORLD) -ບົດລາຍງານວິທະຍາສາດ 5 ບົດ ແລະ ຫຼາຍຄຳເຫັນທີ່ການສຳມະນາໄດ້ສຸມໃສ່ເຮັດແຈ້ງກ່ຽວກັບພື້ນຖານທິດສະດີ ແລະ ເນື້ອໃນກ່ຽວກັບທັດສະນະ, ມາດຕະການແກ້ໄຂ
ຫັນປ່ຽນພື້ນຖານກະສິກຳຫວຽດນາມ ຕາມທິດທັນສະໄໝ, ຍືນຍົງ ຕິດພັນກັບວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ - ảnh 1ທີ່ການສຳມະນາ
(ພາບ: VGP)

ຕອນບ່າຍວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະເສດຖະກິດສູນກາງ ຈັດການສຳມະນາ “ກຳນົດທິດຫັນປ່ຽນພື້ນຖານກະສິກຳຫວຽດນາມ ຕາມທິດທັນສະໄໝ, ຍືນຍົງ ຕິດພັນກັບວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”.

        ບົດລາຍງານວິທະຍາສາດ 5 ບົດ ແລະ ຫຼາຍຄຳເຫັນທີ່ການສຳມະນາໄດ້ສຸມໃສ່ເຮັດແຈ້ງກ່ຽວກັບພື້ນຖານທິດສະດີ ແລະ ເນື້ອໃນກ່ຽວກັບທັດສະນະ, ມາດຕະການແກ້ໄຂ, ນະໂຍບາຍຍົກສູງຄຸນນະພາບ, ປະສິດທິຜົນການປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍກ່ຽວກັບການຫັນປ່ຽນກະສິກຳຕາມທິດທັນສະໄໝ, ຍືນຍົງ. ທ່ານ ຫງວຽນຢຸຍຮືງ, ຮອງຫົວໜ້າຄະນະເສດຖະກິດສູນກາງ, ໃຫ້ຮູ້ວ່າ:

        “ມີຫຼາຍໝວດມາດຕະການແກ້ໄຂໄດ້ຍົກອອກມາ: ຈາກການພັດທະນາລະບອບລະບຽບການ; ເພີ່ມທະວີຄວາມຮັບຮູ້; ນຳໃຊ້ເຕັກໂນໂລຊີ; ການຫັນເປັນດີຈີຕອນ ແລະ ບັນດາວຽກງານທີ່ຂາດບໍ່ໄດ້ແມ່ນ ເພີ່ມທະວີການລົງທຶນພາກລັດ ແລະ ລະດົມທຸກແຫຼ່ງກຳລັງໃນສັງຄົມ ເພື່ອພ້ອມກັນເຂົ້າຮ່ວມການພັດທະນາໃນຂົງເຂດກະສິກຳ, ຊາວກະສິກອນ, ຊົນນະບົດ”.

ຕອບກັບ

ຂ່າວ/ບົດ​ອື່ນ