ຫັນ​ເປັນ​ດີ​ຈີ​ຕອນ - ກາ​ລະ​ໂອ​ກາດ​ເພີ່ມ​ຄວາມ​ໄວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ

(VOVWORLD) - ເວທີປາໄສວິສາຫະກິດຫັນເປັນດີຈີຕອນ ຫວຽດນາມ ປີ 2020 ໂດຍ ວາລະສານເສດຖະກິດ ຫວຽດນາມ ພ້ອມກັບ ສະຫະພັນ Invest Global ຫາກໍຈັດຕັ້ງຂຶ້ນດ້ວຍຫົວຂໍ້ “ພົ້ນຈາກຄວາມອັນຕະລາຍ ແລະ ກ້າວກະໂດດຂັ້ນໃນໄລຍະເກີດໂລກລະບາດໂຄວິດ - 19”.
ຫັນ​ເປັນ​ດີ​ຈີ​ຕອນ - ກາ​ລະ​ໂອ​ກາດ​ເພີ່ມ​ຄວາມ​ໄວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ - ảnh 1ເວທີປາໄສວິສາຫະກິດຫັນເປັນດີຈີຕອນ ຫວຽດນາມ ປີ 2020 (ພາບ: vneconomy.vn) 

ທີ່ເວທີປາໄສ, ບັນດານັກຊ່ຽວຊານຢັ້ງຢືນວ່າ ການຫັນເປັນດີຈີຕອນໃນຂະນະທີ່ເກີດໂລກລະບາດໂຄວິດ - 19 ພວມສືບຕໍ່ມີການຜັນແປຢ່າງສັບສົນໃນໂລກ ຈະສືບຕໍ່ນຳມາເຊິ່ງກາລະໂອກາດເພີ່ມຄວາມໄວໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ມຸ່ງໄປເຖິງການພັດທະນາພື້ນຖານເສດຖະກິດດີຈີຕອນ. ທ່ານ ປອ. ຈື໋ວັນເລິມ, ບັນນາທິການໃຫຍ່ ວາລະສານເສດຖະກິດ ຫວຽດນາມ, ຖືວ່າ ເພື່ອສາມາດບັນລຸໄດ້ເປົ້າໝາຍ ໂຄງການຫັນເປັນດີຈີຕອນແຫ່ງຊາດ ທີ່ໄດ້ວາງອອກນັ້ນ ວິສາຫະກິດຈະສວມບົດບາດສຳຄັນ.

ຫັນ​ເປັນ​ດີ​ຈີ​ຕອນ - ກາ​ລະ​ໂອ​ກາດ​ເພີ່ມ​ຄວາມ​ໄວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ - ảnh 2 ທ່ານ ປອ. ຈື໋ວັນເລິມ, ບັນນາທິການໃຫຍ່ ວາລະສານເສດຖະກິດ ຫວຽດນາມ (ພາບ: vneconomy.vn) 

“ຮອດປີ 2025, ລັດຖະບານຫວຽດນາມ ໄດ້ຕັ້ງເປົ້າໝາຍພັດທະນາເສດຖະກິດດີຈີຕອນໃຫ້ ກວມເອົາ 20% GDP; ອັດຕາສ່ວນເສດຖະກິດດີຈີຕອນໃນແຕ່ລະຂະແໜງການ ແລະ ຂົງເຂດ ຕ່ຳສຸດແມ່ນ 10%. ສະມັດຕະພາບແຮງງານສະເລ່ຍເພີ່ມຂຶ້ນສູງກວ່າ 7%; ໄດ້ນອນໃນກຸ່ມ 35 ປະເທດນຳໜ້າກ່ຽວກັບການປ່ຽນແປງໃໝ່, ປະດິດຄິດສ້າງ. ວິສາຫະກິດແມ່ນກຳລັງປະຈັນບານ ແລະ ເປັນແກ່ນສານຂອງພື້ນຖານເສດຖະກິດ. ການຫັນເປັນດີຈີຕອນແມ່ນເງື່ອນໄຂຕັດສິນຊີ້ຂາດ ແລະ ຈຳເປັນທີ່ສຸດໃນສະພາບການປັດຈຸບັນ. ໂລກລະບາດແມ່ນສາຍເຫດເຮັດໃຫ້ໂລກຕົກເຂົ້າສູ່ວິກິດການ ແຕ່ກໍແມ່ນຄຳສັ່ງເຮັດໃຫ້ທົ່ວໂລກຕ້ອງມີການປ່ຽນແປງ.”

        ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນມິງຫວູ, ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ VCCI, ຖືວ່າ:

        “ໃນແງ່ມູນ ອາຊຽນ, ວິວັດການຫັນເປັນດີຈີຕອນ ແລະ ພັດທະນາເສດຖະກິດດີຈີຕອນ ໄດ້ຊ່ວຍໃຫ້ປະຊາຄົມ ອາຊຽນ ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນກວ່າ ແລະ ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ປ່ຽນແປງທີ່ຕັ້ງບົດບາດ, ເພີ່ມສະມັດຕະພາບການອອກແຮງງານ ແລະ ຍູ້ໄວລະດັບການເຕີບໂຕ GDP”.

ຕອບກັບ

ຂ່າວ/ບົດ​ອື່ນ