ຫໍ​ພິ​ພິ​ທະ​ພັນ ກວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທີ​ 1 ລ້ານ​​ໃນ​ປີ 2025

(VOVWORLD) -  ປີ 2025 ແມ່ນປີທຳອິດ ທີ່ຫໍພິພິທະພັນແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 1 ລ້ານເທື່ອຄົນໃນປີ, ລື່ນກາຍຕົວເລກ 760.000 ເທື່ອຄົນໃນປີກາຍ. 
ຫໍ​ພິ​ພິ​ທະ​ພັນ ກວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທີ​ 1 ລ້ານ​​ໃນ​ປີ 2025 - ảnh 1ການຕ້ອນຮັບແຂກທ່ອງທ່ຽວຜູ້ທີ 1 ລ້ານ ມາທ່ຽວຊົມກວາງນິງໃນປີ 2025

 

ຕອນເຊົ້າວັນທີ 12 ທັນວາ, ຫໍພິພິທະພັນແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວຜູ້ທີ 1 ລ້ານ ມາທ່ຽວຊົມໃນປີ 2025. ນັ້ນແມ່ນທ່ານ Lionel Klotz, ແຂກທ່ອງທ່ຽວທີ່ມາຈາກ Toronto, Canada. ເນື່ອງໃນໂອກາດນີ້, ທ່ານ Lionel Klotz, ໄດ້ຮັບຂອງຂວັນທີ່ເປັນເອກະລັກ ນັ້ນແມ່ນຮູບຈຳລອງຫໍພິພິທະພັນຂະໜາດນ້ອຍ ທີ່ໄດ້ເຮັດດ້ວຍຖ່ານຫີນ. ທ່ານ Lionel Klotz ແບ່ງປັນວ່າ:

"ເມື່ອມາທີ່ນີ້ ແລະ ໄດ້ຮັບຂອງຂວັນທີ່ມີຄວາມໝາຍນີ້, ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ. ທຸກແຫ່ງທີ່ຂ້າພະເຈົ້າມາ, ຂ້າພະເຈົ້າລ້ວນແລ້ວແຕ່ຢາກຄົ້ນຫາກ່ຽວກັບປະຫວັດສາດ, ວັດທະນະທຳຢູ່ເຂດດິນແດນນັ້ນ. ແລະ ຫໍພິພິທະພັນນີ້ແມ່ນຈຸດນັດພົບທີ່ຈັບອົກຈັບໃຈຫຼາຍ, ມັນໄດ້ຊ່ວຍໃຫ້ການທ່ອງທ່ຽວຂອງຂ້າພະເຈົ້າມີຄວາມຊົງຈຳຂຶ້ນຕື່ມ. ຂ້າພະເຈົ້າຈະໄປຢ້ຽມຊົມຖະໜົນຢູ່ທີ່ນີ້ ແລະ ຊິມບັນດາເຍື່ອງອາຫານພື້ນບ້ານອີກດ້ວຍ.”

ປີ 2025 ແມ່ນປີທຳອິດ ທີ່ຫໍພິພິທະພັນແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 1 ລ້ານເທື່ອຄົນໃນປີ, ລື່ນກາຍຕົວເລກ 760.000 ເທື່ອຄົນໃນປີກາຍ. ທ່ານ ໂດະກວຽດຕຽນ, ຜູ້ອຳນວຍການຫໍພິພິທະພັນກວາງນິງ, ໃຫ້ຮູ້ວ່າ ຄາດວ່າປີນີ້, ທາງຫໍພິພິທະພັນຈະຕ້ອນຮັບແຂກທ່ອງທ່ຽວ 1,1 ລ້ານເທື່ອຄົນ ແລະ ສູ້ຊົນສືບຕໍ່ເຕີບໂຕໃນປີ 2026.

“ໃນໄລຍະຈະມາເຖິງ, ຫໍພິພິທະພັນ ກວາງນິງ ຈະສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີ, ປ່ຽນແປງເຂດວາງສະແດງ, ໝູນໃຊ້ເຕັກໂນໂລຢີ 3D, ເຕັກໂນໂລຢີເໝືອນຈິງ. ພິເສດ, ພວກຂ້າພະເຈົ້າຈະນຳເຂົ້າຂຸດຄົ້ນບັນດາການບໍລິການເພື່ອເພີ່ມທະວີການສຳຜັດໃຫ້ແກ່ແຂກທ່ອງທ່ຽວ, ຜ່ານນັ້ນ, ປະກອບສ່ວນພັດທະນາການທ່ອງທ່ຽວແຂວງ ກວາງນິງ.”

ຕອບກັບ

ຂ່າວ/ບົດ​ອື່ນ