ຫໍພິພິທະພັນຊົນເຜົ່າວິທະຍາ ຈັດຕັ້ງລາຍການບຸນໄຫວ້ພະຈັນ 2022

(VOVWORLD) - ລາຍການໄດ້ນຳມາເຊິ່ງການເຂົ້າຮ່ວມວັດທະນະທຳຕົວຈິງທີ່ດຶງດູດໃຈຜ່ານການເຄື່ອນໄຫວຕິດພັນກັບຫົວຂໍ້ບຸນໄຫວ້ພະຈັນ.
ຫໍພິພິທະພັນຊົນເຜົ່າວິທະຍາ ຈັດຕັ້ງລາຍການບຸນໄຫວ້ພະຈັນ 2022 - ảnh 1ພວກນ້ອງນ້ອຍເຂົ້າຮ່ວມລາຍການ (Ngọc Anh)

ໃນວັນທີ 3 ແລະ 4 ກັນຍາ (ກົງກັບວັນທີ 8 ແລະ 9 ເດືອນ 8 ໄລ່ຕາມຈັນທະປະຕິທິນ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດລາຍການ “ບຸນໄຫວ້ພະຈັນ 2022: ພະລັງຊີວິດຂອງເຄື່ອງຫຼິ້ນພື້ນເມືອງ”. ລາຍການປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກສິລະປະກອບທີ່ມີຄວາມຜູກຕິດພັນ, ອະນຸລັກຮັກສາເຄື່ອງຫຼິ້ນພື້ນເມືອງມາເປັນເວລາຫຼາຍປີ.

        ລາຍການໄດ້ນຳມາເຊິ່ງການເຂົ້າຮ່ວມວັດທະນະທຳຕົວຈິງທີ່ດຶງດູດໃຈຜ່ານການເຄື່ອນໄຫວຕິດພັນກັບຫົວຂໍ້ບຸນໄຫວ້ພະຈັນ. ໄປຄຽງຄູ່ກັນນັ້ນ, ແຂກເຂົ້າຮ່ວມກໍ່ມີໂອກາດ ເກມຫຼິ້ນທີ່ເປັນມູນເຊື້ອຄື: ດຶງເຊືອກ, ເຕັ້ນເຊືອກ….; ພ້ອມທັງໄດ້ເຂົ້າຮ່ວມເກມຫຼິ້ນຂອງ ສ. ເກົາຫຼີ ຄື: Tuho, Yutnori.

        ເນື່ອງໃນໂອກາດນີ້, ແຂກເຂົ້າຮ່ວມຍັງໄດ້ຄົ້ນຫາບຸນໄຫວ້ພະຈັນຂອງ ຫວຽດນາມ ແລະ ສ. ເກົາຫຼີ ຜ່ານພາເຂົ້າໃນງານບຸນໄຫວ້ພະຈັນ.  ຢູ່ເຂດວາງສະແດງ, ແຂກທ່ອງທ່ຽວໄດ້ຊອກຮູ້ຈຸດຄ້າຍຄືກັນ ແລະ ແຕກຕ່າງກັນຂອງບຸນໄຫວ້ພະຈັນຂອງ ຫວຽດນາມ ແລະ ສ. ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ