ຫວີງຟູ໋ກສະເຫຼີມສະຫຼອງວັນສ້າງຕັ້ງຄືນໃໝ່ຄົບຮອບ20ປີ

ຫວີງຟູ໋ກສະເຫຼີມສະຫຼອງວັນສ້າງຕັ້ງຄືນໃໝ່ຄົບຮອບ20ປີ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ​ເຂົ້າ​ຮ່ວມ​ພິ​ທີ

(vovworld) - ຕອນ​ຄ່ຳ​ວັນ​ທີ 28/12, ແຂວງ​ຫວີງ​ຟູ໋ກ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງແຂວງ​ຄືນ​ໃໝ່ຄົບ​ຮອບ 20 ປີ ແລະ ຕ້ອບຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜື່ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ ແຂວງ​ຫວີງ​ຟູ໋ກ​ຄວນ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ, ລົງ​ທຶນ​ສ້າງ​ລະ​ບົບ ໂຄງປະກອບໂຄງລ່າງ, ເສດ​ຖະ​ກິດ​ສັງ​ຄົມ, ຊຸກ​ຍູ້ການ​ຜະ​ລິດ, ຄຸນ​ນະ​ພາບ​ສິນ​ຄ້າ, ຍູ້​ໄວ​​ການສ້າງອົງ​ປະ​ກອບ​ກະ​ສິ​ກຳຄືນໃໝ່. ເອົາ​ໃຈ​ໃສ​ເປັນ​ພິ​ເສດ​​ເຖິງກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ ​ສູງແລະ ຫັນ​ປ່ຽນ​ແຮງ​ງານ​ຊົນ​ນະ​ບົດຕິດ​ພັນ​ກັບການ​ພັດ​ທະ​ນາ​ກະ​ສິ​ກຳ​ໃໝ່. ສຸມ​ໃສ່​ການ​ຜະ​ລິດອຸດ​ສາ​ຫະ​ກຳເພື່ອ​​ໃຫ້ອຸດ​ສາ​ຫະ​ກຳ​ສືບ​ຕໍ່ແມ່ນກຳ​ລັງ​ໜູນໃນ​ການ​ພັດ​ທະ​ນາຂອງ​ແຂວງ. ຂຸດຄົ້ນ​ບັນ​ດາ​ຂະ​ແໜງ​ການ​ບໍ​ລິ​ການເປັນ​ຢ່າງ​ດີ ແລະ ນຳ​ການ​ທອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ.

        ​ພາຍ​ຫຼັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່, ຈາກແຂວງໜຶ່ງ​ເຮັດ​ກະ​ສິ​ກຳ​ເປັນ​ຕົ້ນ​ເມື່ອ​ໃຫ້​ຮັບ​ການສ້າງ​ຕັ້ງ​ຄືນ​ໃໝ່, ປັດ​ຈຸ​ບັນ​ຫວີງ​ຟູ໋ກ​ໄດ້ກາຍ​ເປັນແຂວງ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ ແລະ ແມ່ນ​ແຂວງ​ໜື່ງ​ມີ​ມູນ​ຄ່າ​ການຜະ​ລິດ​ອຸດ​ສາ​ຫະ​ກຳ​ໃຫຍ່​ທີ່​ສຸດ, ແມ່ນ​ສູນ​ກາງ​ແຖວ​ໜ້າກ່ຽວ​ກັບ​ການຜະ​ລິດ, ຕິດ​ຕັ້ງ​ລົດ​ໂອ​ໂຕ, ລົດ​ຈັກ​ໃນ​ທົ່ວ​ປະ​ເທດ. ລະ​ດັບ​ເຕີບ​ໂຕ​ຂອງ​ແຂວງຫວີງຟູ໋ກ​ຍາມ​ໃດ​ບັນ​ລຸ​ລະ​ດັບ​ສູງ, ຂອບ​ຂະ​ໝາດພື້ນ​ຖານ​ເສດ​ຖະ​ກິດເ​ພີ່ມ​​ຂຶ້ນ. ຫວີງ​ຟູ໋ກ​ແມ່ນ​ແຂວງ​ມີ​ແຫຼ່ງ ລາຍ​ຮັບ​ງົບປະມານ​ສູງ ແລະ ປະ​ກອບ​ສ່ວນເຂົ້າງົບ​ປະ​ມານ​ສູນ​ກາງ, ຫຼາຍ​ສົມ​ຄວນ ຊຸມ​ປີ​ມໍ່ໆ​ມາ​ນີ້​ຍາມ​ໃດ​ກໍ່​ຢືນ​ອັນ​ດັບ​ສອງ​ໃນ​ພາກເໜືອ​ກ່ຽວ​ກັບ​ລາຍ​ຮັບ​ພາຍໃນ​ປະ​ເທດ​ຊາດ. 


ຂ່າວ/ບົດ​ອື່ນ