ຫວຽດນາມ 2 ລາຍການຍາດໄດ້ລາງວັນ ເຕັກໂນໂລຢີຂໍ້ມູນຂ່າວສານໃນພາກພື້ນອາຊຽນ 2019

(VOVWORLD) -ຕອນຄ່ຳວັນທີ 24 ຕຸລາ, ຢູ່ ວຽງຈັນ, ປະເທດລາວ, ໄດ້ດຳເນີນພິທີມອບລາງວັນເຕັກໂນໂລຢີ ຂໍ້ມູນຂ່າວສານ ອາຊຽນ 2019, ຫວຽດນາມ ໄດ້ຮັບລາງວັນທີ 1 ໃນລາຍການ ຄວາມຮັບຜິດຊອບຕໍ່ສັງຄົມ ຂອງ ວິສາຫະກິດ ແລະ ລາງວັນທີ 2 ໃນລາຍການເນື້ອໃນດີຈີຕອນ ໃນພິທີດັ່ງກ່າວ.
ຫວຽດນາມ 2 ລາຍການຍາດໄດ້ລາງວັນ ເຕັກໂນໂລຢີຂໍ້ມູນຂ່າວສານໃນພາກພື້ນອາຊຽນ 2019 - ảnh 1 ເວັບໄຊຮຽນອອນລາຍ hocmai.vn ຍາດໄດ້ລາງວັນ ເຕັກໂນໂລຢີຂໍ້ມູນຂ່າວສານໃນພາກພື້ນອາຊຽນ 2019

        ສອງລາຍການຂອງ ຫວຽດນາມ ທີ່ຍາດໄດ້ລາງວັນ ລ້ວນແຕ່ແມ່ນບັນດາຜະລິດຕະພັນກ່ຽວກັບການຮ່ຳຮຽນຜ່ານເຄືອຂ່າຍອິນເຕີແນັດ. ໂດຍແມ່ນສື່ສັງຄົມອອນລາຍຮ່ຳຮຽນຜ່ານໂປຼແກຼມ Viettelstudy ຂອງບໍລິສັດໃຫຍ່ວິທີການແກ້ໄຂ ວິສາຫະກິດ Viettel ແລະ ພື້ນຖານການຮ່ຳຮຽນຜ່ານເຄືອຂ່າຍອິນເຕີແນັດ ຮຽນເລື່ອຍໆໄປຂອງລະບົບການສຶກສາຮຽນເລື່ອຍໆໄປ.

        ລາງວັນ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ແມ່ນລາງວັນທີ່ມີຊື່ສຽງຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ -ປາຊີຟິກ ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ. ດ້ວຍເປົ້າໝາຍທີ່ວ່າ ຊອກຫາບັນດາຜະລິດຕະພັນ, ວິທີການແກ້ໄຂເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານທີ່ມີລັກສະນະນຳໃຊ້ໃນພຶດຕິກຳຕົວຈິງຢ່າງສູງ, ຈາກນັ້ນຮັບຮອງເອົາບົດບາດຂອງ ເຕັກໂນໂລຢີຂໍ້ມູນຂ່າວສານໃນການປະກອບສ່ວນພັດທະນາເສດຖະກິດຂອງປະຊາຄົມ ອາຊຽນ.

ເວິນທຽງ, ດັ້ງທູ່ຍ


 

ຕອບກັບ

ຂ່າວ/ບົດ​ອື່ນ