ຫວຽດນາມ IAEA ເພີ່ມທະວີການຮ່ວມມືໃນຫຼາຍດ້ານ

ຫວຽດນາມ IAEA ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 1
ໂຮງງານໄຟຟ້າ​ນິວຄະ​ເລຍ​
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ, ທັງ​ເປັນຜູ້​ຕ່າງ​ໜ້າ​ຖາວອນ​ຫວຽດນາມ​ ປະຈຳ​ອົງການ​ພະລັງງານ​ປາລະ​ມະ​ນູສາກົນ (IAEA), Nguyen Thiep ຫາ​ກໍ່​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ຕໍ່​ຜູ້ອຳນວຍການ​ໃຫຍ່ IAEA Yukiya Amano. ຜູ້ອຳນວຍການ​ໃຫຍ່ Yukiya Amano ຢືນຢັນ​ວ່າ IAEA ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊ່ວຍ​ເຫຼືອຫວຽດນາມ ​ໃນ​ຂົງ​ເຂດ​ນີ້, ພິ​ເສດ​ແມ່ນ​ບັນຫາ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ, ຊ່ວຍ​ຫວຽດນາມ​ ຮັກສາ​ລະດັບ​​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ, ພ້ອມ​ທັງ​ຕອບ​ສະໜອງ​ຄວາມ​ຮຽກ ຮ້ອງ​ພັດທະນາ​ຢ່າງ​ໝັ້ນຄົງ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Thiep ກໍ່​ຢືນຢັນ​ເຖິງ​ການ​ສະໜັບສະໜູນຂອງ​ຫວຽດນາມ ທີ່​ມີ​ຕໍ່​ບົດບາດ​ສຳຄັນ​ຂອງ IAEA ​ໃນ​ການ​ປະສານ​ງານ ​ແລະ ມານະ​ພະຍາຍາມ​ຊຸກຍູ້​ການ​ນຳ​ໃຊ້​ພະລັງງານ​ນິວຄະ​ເລຍເພື່ອ​ຈຸດໝາຍ​ສັນຕິພາບ, ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ, ຕ້ານ​ການ​ແຜ່​ຂະຫຍາຍ, ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ອາວຸດ​ນິວຄະ​ເລ​ຍ ຢ່າງ​ສິ້ນ​ເຊິ​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Thiep ຫວັງ​ວ່າ, ຫວຽດນາມ​ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ຈາກ IAEA ​ເພື່ອ​ປະຕິບັດ​ໂຄງການ​ໄຟຟ້າ​ນິວຄະ​ເລຍ​ແຫ່ງ​ຊາດ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ກ່ຽວ​ກັບຄວາມ​ໝັ້ນຄົງ, ​ແລະ ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ​​ ໃຫ້ເໝາະ​ສົມ​ກັບ​ມາດຕະຖານ ​ແລະ ຄວາມ​ຮຽກຮ້ອງ​ຂອງ​ສາກົນ.

 

ຂ່າວ/ບົດ​ອື່ນ