ຫວຽດນາມ - Niger ເພີ່ມທະວີການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ

ຫວຽດນາມ - Niger ເພີ່ມທະວີການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ - ảnh 1
ຄະນະຜູ້ແທນ ກະຊວງ​ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ວັດທະນະທຳ ສ. Niger ເຮັດວຽກຢູ່ ຫວຽດນາມ
(ພາບ: mic.org.vn)

(vovworld) – ​ໃນ​ການ​​ເຈລະຈາ​ລະຫວ່າງ​ທ່ານລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ຫງວຽນ​ບັກ​ຊອນ ​​ແລະ ທ່ານລັດຖະມົນ​ຕີ​ກະຊວງ​ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ວັດທະນະທຳ ສ. Niger Salifou Labo Bouche, ​ເມື່ອ​ຕອນ​ບ່າຍ​ວັນ​ທີ 25/3 ຢູ່ ຮ່າ​ໂນ້ຍ, ລັດຖະມົນຕີ​ທັງ 2 ທ່ານ​ໄດ້​ສະ​ແດງ​ຄວາມປາດ​ຖະໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, 2 ຂະ​ແໜງ​ການ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ​ຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂທລະ​ຄົມ, ​ແບ່ງປັນ​ບົດຮຽນ​ໃນ​ການ​ໃນ​ການ​ຄຸ້ມ​ຄ​ອງລັດ​ໃນ​ການ​ເປີດ​ກ້ວາງ​ຕະຫຼາດໂທລະ​ຄົມ, ສ້າງ​ກອບກົດ​ໝາຍ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ໂທລະ​ຄົມ.

        ຕາ​ມການ​ຄາດ​ຄະ​ເນ​ແລ້ວ,​ ທ່ານລັດຖະມົນ​ຕີ​ Salifou Labo Bouche ​ແລະ ຄະນະ​ຈະ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກຸ່ມ​ບໍລິສັດ​ໂທລະ​ຄົມ Viettel ​ໃນ​ວັນ​ທີ 26/3 ​ເພື່ອ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ລະອຽດ​ໃນ​ການ​ຮ່ວມ​ມື​ລະຫວ່າງ Viettel ກັບ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ແຫ່ງ​ລັດ Niger, ​​ເພື່ອເປັນ​ພື້ນຖານ​ໃຫ້ Viettel ລົງທຶນ​ເຂົ້າ​ຕະຫຼາດ Niger.

 

 

 

ຂ່າວ/ບົດ​ອື່ນ