ຫວຽດນາມ ກະກຽມ​ໃຫ້​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາຊຽນ ຄັ້ງ​ທີ 53

(VOVWORLD) - ໃນບົດບາດເປັນປະທານ ອາຊຽນ 2020, ຫວຽດນາມພວມປະຕິບັດວຽກງານກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໃຫ້ສໍາເລັດໃນເຄິ່ງຕົ້ນເດືອນກັນຍາ 2020.
ຫວຽດນາມ ກະກຽມ​ໃຫ້​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາຊຽນ ຄັ້ງ​ທີ 53 - ảnh 1 ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ແຂວງ ແຄ໊ງຮວ່າ, ເມື່ອເດືອນ ມັງກອນ 2020

        ວັນທີ 06 ສິງຫາ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບວັນເວລາຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 53 (AMM – 53) ແລະ ບັນດາກອງປະຊຸມຕ່າງໆທີ່ກ່ຽວຂ້ອງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        ໃນບົດບາດເປັນປະທານ ອາຊຽນ 2020, ຫວຽດນາມພວມປະຕິບັດວຽກງານກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໃຫ້ສໍາເລັດໃນເຄິ່ງຕົ້ນເດືອນກັນຍາ 2020. ຂໍ້ມູນລະອຽດກ່ຽວກັບການຈັດຕັ້ງກອງປະຊຸມດັ່ງກ່າວ ຈະສືບຕໍ່ອັດເດດໃນໄລຍະຈະມາເຖິງ.

        ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນບັນດາກອງປະຊຸມທີ່ສໍາຄັນໃນປີເປັນປະທານ ອາຊຽນ, ໃນສະພາບການໂລກລະບາດໂຄວິດ - 19 ໃນພາກພື້ນ ແລະ ໂລກພວມມີການຜັນແປຢ່າງສັບສົນນັ້ນ. ຫວຽດນາມຈະປຶກສາຫາລືກັບບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອປະຕິບັດວຽກງານກະກຽມ ຈັດຕັ້ງກອງປະຊຸມໃຫ້ເໝາະສົມກັບສະພາບການ. 

ຕອບກັບ

ຂ່າວ/ບົດ​ອື່ນ