ຫວຽດນາມ ກາຍເປັນຈຸດນັດພົບແຖວໜ້ານັບທັງການທ່ອງທ່ຽວ ແລະ ດຳເນີນທຸລະກິດໃຫ້ແກ່ຊາວ ອິດສະຣາແອັນ

(VOVWORLD) - ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2023 ໄດ້ລື່ນກາຍຕົວເລກ 2,7 ຕື້ USD.
ຫວຽດນາມ ກາຍເປັນຈຸດນັດພົບແຖວໜ້ານັບທັງການທ່ອງທ່ຽວ ແລະ ດຳເນີນທຸລະກິດໃຫ້ແກ່ຊາວ ອິດສະຣາແອັນ - ảnh 1ທີ່ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນລັດ ອິດສະຣາແອັນ ເອກະລາດ
(ພາບ: TTXVN)

        ຍາມໃດອຳນາດການປົກຄອງນະຄອນ ໂຮ່ຈີມິນ ກໍ່ຈະສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ ຊຸກຍູ້ບັນດາລາຍການ ແລະ ໂຄງການຮ່ວມມື 2 ຝ່າຍ, ປະກອບສ່ວນປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອັນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນວັນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນລັດ ອິດສະຣາແອັນ ເອກະລາດ (14 ພຶດສະພາ 1948 – 14 ພຶດສະພາ 2024), ໂດຍສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 18 ມິຖຸນາ. ທ່ານ ຫງວຽນວັນຢຸງ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນ ອິດສະຣາແອັນ ຍູ້ແຮງການລົງທຶນເຂົ້ານະຄອນ ໂຮ່ຈີມິນ.

        ສ່ວນທ່ານ Yaron Mayer, ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ ເນັ້ນໜັກວ່າ, ຫວຽດນາມ ກາຍເປັນຈຸດນັດພົບແຖວໜ້ານັບທັງການທ່ອງທ່ຽວ ແລະ ດຳເນີນທຸລະກິດໃຫ້ແກ່ຊາວ ອິດສະຣາແອັນ. ທ່ານໃຫ້ຮູ້ວ່າ, ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2023 ໄດ້ລື່ນກາຍຕົວເລກ 2,7 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ