ຫວຽດ​ນາມ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ຄວາມຊື່ສຽງຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຜ່ານຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນ 6 ເດືອນຕົ້ນປີ 2023 ເຊິ່ງບັນລຸ ກ່ວາ 5,5 ລ້ານເທື່ອຄົນ.
ຫວຽດ​ນາມ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ພາບປະກອບ:  DW

ນີ້ແມ່ນຫົວຂໍ້ຂອງບົດຂຽນຕີລາຄາກ່ຽວກັບການທ່ອງທ່ຽວ ຫວຽດນາມ ທີ່ໄດ້ເອົາລົງໃນໜັງສືພິມ Deutch Welle ເຢຍລະມັນ ສະບັບອອກໃນວັນທີ 5 ກໍລະກົດ ແລະ ບາງອົງການສື່ມວນຊົນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໄດ້ຄັດສະເໜີ. ຜູ້ຂຽນ Tommy Walker ໃຫ້ຮູ້ວ່າ ບົດລາຍງານຂອງ Google Destination Insights ໄດ້ຕີລາຄາ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວໄດ້ຮັບການຊອກຫາຫຼາຍອັນດັບທີ 7 ໃນໄລຍະເວລາແຕ່ເດືອນມີນາ ຫາເດືອນ ມິຖຸນາ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ເຂົ້າໃນ Top20. ຄວາມຊື່ສຽງຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຜ່ານຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນ 6 ເດືອນຕົ້ນປີ 2023 ເຊິ່ງບັນລຸ ກ່ວາ 5,5 ລ້ານເທື່ອຄົນ, ຕົນເລກນີ້ກໍ່ລື່ນກາຍຍອດຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມໃນທົ່ວປີ 2022. ບົດຂຽນກໍ່ຖືວ່າ ບັນດານະໂຍບາຍວີຊາໃໝ່ ຕໍ່ແຂກທ່ອງທ່ຽວສາກົນ ຈະຊຸກຍູຂະແໜງການທ່ອງທ່ຽວ ຫວຽດນາມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ