ຫວຽດນາມ ກາຍເປັນສະຖານທີ່ແຖວໜ້າຕໍ່ໜ້າທ່າອຽງຫັນປ່ຽນລະບົບຜະລິດຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ນະໂຍບາຍສົ່ງເສີມການລົງທຶນຕ່າງປະເທດ, ຄ່າແຮງງານແກ່ງແຍ້ງ, ບັນດາສັນຍາການຄ້າເສລີ ແລະ ສະພາບແວດລ້ອມແຫ່ງການລົງທຶນເປີດ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ
ຫວຽດນາມ ກາຍເປັນສະຖານທີ່ແຖວໜ້າຕໍ່ໜ້າທ່າອຽງຫັນປ່ຽນລະບົບຜະລິດຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: TTXVN)

ຫວ່າງມໍ່ໆມານີ້, ເວັບໄຊສະເພາະການລົງທຶນ Vietnam Briefing ໄດ້ລົງບົດຂຽນວິເຄາະບັນດາປັດໃຈພິເສດເພື່ອຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ດຶງດູດກວ່າໃນສາຍຕາຂອງບັນດານັກລົງທຶນຕ່າງປະເທດ ເມື່ອທຽບໃສ່ບັນດາສະຖານທີ່ຜະລິດອື່ນໆຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ຕາມນັ້ນແລ້ວ, ລະບົບສະໜອງຂອງ ຫວຽດນາມ ໄດ້ຮັບການພັດທະນາຫຼາຍພໍສົມຄວນເມື່ອທຽບໃສ່ກ່ອນໜ້ານີ້ 1 ທົດສະວັດ. ໃນຈຳນວນບັນດາປະເທດແກ່ງແຍ້ງການລົງທຶນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງມາດຕະການປ່ຽນແປນຢ່າງມີປະສິດທິຜົນໃຫ້ແກ່ທ່າອຽງຫັນປ່ຽນການຜະລິດຢູ່ ອາຊີຕາເວັນອອກສ່ຽງໃຕ້.

        ຄຽງຂ້າງນັ້ນ, ນະໂຍບາຍສົ່ງເສີມການລົງທຶນຕ່າງປະເທດ, ຄ່າແຮງງານແກ່ງແຍ້ງ, ບັນດາສັນຍາການຄ້າເສລີ ແລະ ສະພາບແວດລ້ອມແຫ່ງການລົງທຶນເປີດ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນທີ່ພວມຊອກຫາການຫຼຸດລາຍຈ່າຍ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ