ຫວຽດ​ນາມ - ກາ​ຕາ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອຮັບປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

(VOVWORLD) - ທ່ານ ຟ້າມມິງຈິງ ສະເໜີ ລັດຖະບານ ກາຕາ ສືບຕໍ່ເອົາໃຈໃສ່, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ໃຫ້ແກ່ ພົນລະເມືອງ ຫວຽດນາມ ຢູ່ກາຕາ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງ ຫວຽດນາມ ຜ່ານແດນ ກາຕາ.
ຫວຽດ​ນາມ - ກາ​ຕາ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອຮັບປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ - ảnh 1 ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Abdulrahman bin Jasim Al-Thani ນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີການຕ່າງປະເທດ ກາຕາ (ພາບ: VOV)

ຕອນຄ່ຳວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ໃນການສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Abdulrahman bin Jasim Al-Thani ນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີການຕ່າງປະເທດ ກາຕາ, ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເປັນກາງໄກເກ່ຍຂອງ ກາຕາ ເພື່ອແກ້ໄຂບັນດາຄວາມຂັດແຍ້ງກັນ, ການປະທະກັນຢູ່ພາກພື້ນຕາເວັນອອກກາງໂດຍສັນຕິວິທີ, ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມຂອງວົງຄະນະຍາດສາກົນ, ເພື່ອແນໃສ່ຊອກຫາມາດຕະການແກ້ໄຂ ການປະທະກັນໃນປັດຈຸບັນໂດຍສັນຕິວິທີ. ທ່ານ ຟ້າມມິງຈິງ ສະເໜີ ລັດຖະບານ ກາຕາ ສືບຕໍ່ເອົາໃຈໃສ່, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ໃຫ້ແກ່ ພົນລະເມືອງ ຫວຽດນາມ ຢູ່ກາຕາ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງ ຫວຽດນາມ ຜ່ານແດນ ກາຕາ.

ກ່ຽວກັບການຮ່ວມມືດ້ານພະລັງງານ, ທ່ານນາຍົກລັດຖະມົນຕີ ກາຕາ ຢັ້ງຢືນວ່າ ກາຕາ ພວມມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາ, ສັນຍາກັບບັນດາຄູ່ຮ່ວມມືຢ່າງຄົບຖ້ວນ, ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນເພື່ອແນໃສ່ປະກອບສ່ວນ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ຢູ່ ຫວຽດນາມ; ທ່ານຍັງເນັ້ນໜັກເຖິງຄວາມປາດຖະໜາຢາກ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ການລົງທຶນ, ການຄ້າ, ຫັນປ່ຽນພະລັງງານ…

ຕອບກັບ

ຂ່າວ/ບົດ​ອື່ນ