ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ

(VOVWORLD) -ຕອນບ່າຍວັນທີ 21 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ - ảnh 1ທ່ານ ປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ (ພາບ: TTXVN)

ທີ່ການພົບປະ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນປະຊາຊົນ ກຳປູເຈຍ ທີ່ບັນລຸໄດ້ຜົນງານສຳຄັນໃນສ້າງສາປະເທດຊາດ, ຮັກສາສະຖຽນລະພາບດ້ານ ການເມືອງ - ການປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດໃນສາກົນຢ່າງບໍ່ຢຸດຢັ້ງ; ທ່ານປະທານປະເທດ ຫວຽດນາມ ກໍ່ຢັ້ງຢືນວ່າ ການນຳ ແລະ ປະຊາຊົນ ຫວຽດນາມ ຫວັງວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງຫຼາຍກວ່າອີກໃນໄລຍະທີ່ຈະມາເຖິງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ຕີລາຄາສູງຕໍ່ການຮ່ວມໜູນຊ່ວຍລະຫວ່າງ 2 ປະເທດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນເວລາຜ່ານມາ.

        ສ່ວນທ່ານນາງຮອງລັດຖະມົນຕີ Men Sam On ໄດ້ເຫັນດີຕໍ່ການສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວການທູດລະຫວ່າງປະຊາຊົນ, ການພົວພັນແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມຂອງ 2 ປະເທດ; ຊຸກຍູ້ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ກຳປູເຈຍ - ຫວຽດນາມ ເພີ່ມທະວີການສົມທົບກັນດ້ານການສຶກສາ, ໂຄສະນາເຜີຍແຜ່ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜູ່ມ 2 ປະເທດຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບຢ່າງດີງາມລະຫວ່າງ 2 ປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ