ຫວຽດນາມ - ກຳປູເຈຍສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ

ຫວຽດນາມ - ກຳປູເຈຍສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ - ảnh 1
( ພາບປະກອບ )

(vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງຫວຽດນາມ - ກຳປູເຈຍ (24/6/1967-24/6/2012), ຕອນ​ເຊົ້າ​ວັນ​ທີ 21/6, ທ່ານ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ລາດ​ຊະ​ວັງ​ກຳປູ​ເຈຍ Kong Som Ol, ​ຜູ້ຕ່າງ​ໜ້າ​ຂອງ​ພະ​ມະຫາ​ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ Norodom Sihamoni, ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ສະຖານທູດ​ຫວຽດນາມ​ປະຈຳ​ກຳປູ​ເຈຍ. ທ່ານ Kong Som Ol ​ໄດ້​ຝາກ​ຄຳ​ຂອບ​ອົກ​ຂອບ​ໃຈ​ເຖິງ​ລັດ, ປະຊາຊົນ​ຫວຽດນາມ​ ທີ່​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​​ໄພ​ດັບ​ສູນ​ເຊື້ອ​ຊາດ​ຂອງ​ຂະ​ແມ​ແດງ ກໍ່​ຄື​ວິວັດ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ກຳປູ​ເຈຍ​ໃນ​​ໄລຍະ​ຫຼັງ​ຈາກ​ນັ້ນ. ທ່ານ​ເນັ້ນ​ໜັກ​ວ່າ, ​​ປະຈຸ​ບັນ, ການ​ພົວພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ແຮງ​ກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ກຳປູ​ເຈຍ Ngo Anh Dung ກໍ່​ຢືນຢັນ​ວ່າ ລັດ ​ແລະ ປະຊາຊົນ​ຫວຽດນາມ ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຕາມ​ທິດ​ນຳ​ເຊິ່ງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ວາງ​ອອກ​ນັ້ນ​ແມ່ນ ”ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ ​ແລະ ຍາວ​ນານ”


ຂ່າວ/ບົດ​ອື່ນ