ຫວຽດ​ນາມ ກຽມພ້ອມ​​ໃຫ້​ເດືອນ​ປະ​ທານ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) -ຕາມລຳດັບໝູນວຽນ, ເດືອນເມສານີ້ ຫວຽດນາມ ຈະສືບຕໍ່ດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ ກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ນີ້ແມ່ນຄັ້ງທີ 2 ຫວຽດນາມ ດຳລົງຕຳແໜ່ງປະທານ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ 2020 – 2021.
ຫວຽດ​ນາມ ກຽມພ້ອມ​​ໃຫ້​ເດືອນ​ປະ​ທານ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ - ảnh 1ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ນອກຈາກບັນດາບັນຫາຂຶ້ນກັບລາຍການນັດສາມັນ ຂອງເດືອນເມສາແລ້ວ, ຫວຽດນາມ ກໍ່ຈະຊຸກຍູ້ 4 ເຫດການຕາມຂໍ້ລິເລີ່ມສະເພາະຂອງ ຫວຽດນາມ. ໃນນັ້ນມີເຫດການສຳຄັນທີ່ສຸດຈະໄດ້ດຳເນີນໃນວັນທີ 19 ເມສາ ແມ່ນການປຶກສາຫາລືເປີດກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ສປຊ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ອານຸພາກພື້ນ ໃນການຊຸກຍູ້ການເຈລະຈາ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອສະກັດກັ້ນການປະທະກັນ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ:

        ປັດຈຸບັນ, ພວກເຮົາກໍ່ຕ້ອງປະເຊີນໜ້າ ກັບຫຼາຍບັນຫາທີ່ພວມເກີດຂຶ້ນຄື ມຽນມາ, ບັນຫານິວເຄຼຍບົນແຫຼມເກົາຫຼີ, ບັນຫາຢູ່ຊີຣີ, ເຢແມນ, ລີບີ. ມີບັນດາບັນຫາໃນປັດຈຸບັນ, ບາງປະເທດມະຫາອຳນາດສາມາດຊອກຫາໄດ້ສຽງເວົ້າລວມຢ່າງງ່າຍດາຍກ່ວາເມື່ອທຽບໃສ່ກັບເດືອນມັງກອນຂອງປີ 2020 ໃນຂະນະທີ່ ຫວຽດນາມ ດຳເນີນຕຳແໜ່ງເປັນປະທານ ແຕ່ໃນນັ້ນກໍ່ມີຫຼາຍບັນຫາເຂົາເຈົ້າຍັງມີທັດສະນະທີ່ແຕກຕ່າງກັນ. ວຽກຂອງ ປະທານສະພາຄວາມໝັ້ນຄົງ ສປຊ ແມ່ນເຮັດແນວໃດ ຈະສາມາດປະສົມກົມກຽວ, ຊອກຫາໄດ້ຕຳລາລວມ ເພື່ອໃຫ້ບັນດາຝ່າຍເຮັດວຽກນຳກັນໄດ້, ເຮັດແນວໃດເພື່ອໃຫ້ສະພາຄວາມໝັ້ນຄົງ ສປຊ ສາມາດຕັດສິນໄດ້ບັນດາບັນຫາເກີດຂຶ້ນໃໝ່ຢ່າງທັນການ ແລະ ຖືກຕ້ອງ ຕໍ່ບັນຫາໄດ້ເກີດຂຶ້ນ ແລະ ນັ້ນແມ່ນບັນຫາເຊິ່ງປະທານສະພາຄວາມໝັ້ນຄົງ ສປຊ ໃດກໍ່ຕ້ອງປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ