ຫວຽດ​ນາມ ຄວ້າ​ໄດ້​ຫຼຽນ​ຄຳ ໃນ​ການ​ແຂ່ງ​ຂັນ​ຊີງ​ຂັນ Aerobic ລະ​ດັບ​ໂລກ

(VOVWORLD) -ທິມ Aerobic ຫວຽດນາມ ຄວ້າໄດ້ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.
ຫວຽດ​ນາມ ຄວ້າ​ໄດ້​ຫຼຽນ​ຄຳ ໃນ​ການ​ແຂ່ງ​ຂັນ​ຊີງ​ຂັນ Aerobic ລະ​ດັບ​ໂລກ - ảnh 1ລາຍການຂອງກຸ່ມນັກກິລາຫວຽດນາມ ທີ່ຄວ້າໄດ້ຫຼຽນຄຳ (ພາບ: Melogym)

ການແຂ່ງຂັນຊີງຂັນ Aerobic ລະດັບໂລກ Suzuki Cup ທີ່ຈັດຂຶ້ນໃນວັນທີ 20 ເມສາ - 24 ເມສາ ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ໄດ້ສິ້ນສຸດລົງ. ທິມ Aerobic ຫວຽດນາມ ຄວ້າໄດ້ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

ລາຍການທີ່ຄວ້າໄດ້ຫຼຽນຄໍານັ້ນ ແມ່ນໄດ້ແກ່ກຸ່ມນັກກິລາ 5 ຄົນຂອງ ຫວຽດນາມຄື ຫງວຽນຫວຽດແອັງ, ເວືອງຮວ່າຍເອິນ, ຫງວຽນເຈແຈງ, ເລຮວ່າງຟອງ, ເຈິ່ນງອກຖຸຍວິ. ຜົນງານດັ່ງກ່າວ ຈະເປັນກຳລັງໃຈໃຫ້ແກ່ທິມ Aerobic ຫວຽດນາມ ໃນການແຂ່ງຂັນຢູ່ ຊີເກມ 32 ທີ່ຈະຈັດຂຶ້ນໃນຊຸມວັນຈະມາເຖິງຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ