ຫວຽດນາມ ຄູ່ຮ່ວມ ມືການຄ້າ ແລະ ອຸດ ສາຫະກຳສຳຄັນ ຂອງຝຣັ່ງ ຢູ່ເຂດອາ ຊີຕາເວັນອອກສ່ຽງໃຕ

ຫວຽດນາມ ຄູ່ຮ່ວມ ມືການຄ້າ ແລະ ອຸດ ສາຫະກຳສຳຄັນ ຂອງຝຣັ່ງ ຢູ່ເຂດອາ ຊີຕາເວັນອອກສ່ຽງໃຕ - ảnh 1
ກອງປະຊຸມສຳມະນາຫວຽດນາມ - ຄູ່ຮ່ວມມືການຄ້າ ແລະ ອຸດສາຫະກຳສຳຄັນຂອງ ຝຣັ່ງ ຢູ່ ເຂດອາຊີຕາເວັນອອກສ່ຽງໃຕ້
( ພາບ: vietnamplus.vn )

(vovworld) – ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຫວຽດນາມ - ຄູ່ຮ່ວມມືການຄ້າ ແລະ ອຸດສາຫະກຳສຳຄັນຂອງຝຣັ່ງຢູ່ເຂດອາຊີຕາເວັນອອກສ່ຽງໃຕ້” ໂດຍສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ, ສຳນັກງານອຳນາດການປົກຄອງ Paris ແລະ ຫ້ອງການ ການຄ້າ ແລະ ອຸດສາຫະກຳ Paris (ຫຼື CCIP) ສົມທົບກັນຈັດຕັ້ງຂຶ້ນ. ທີ່ກອງປະຊຸມສຳມະນາ,ບັນດາຜູ້ແທນ ໄດ້ຮັບຟັງບົດລາຍງານສຳຄັນຫຼາຍສະບັບກ່ຽວກັບບັນດານະໂຍບາຍພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນຂອງຫວຽດນາມ ໃນຊຸມປີຜ່ານມາ, ກໍຄືບັນດາໝາກຜົນຂອງ ການພັດທະນາ, ການພົວພັນຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ຝຣັ່ງ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າຫວຽດນາມ Nguyen Thanh Bien ຊີ້ແຈງບັນດາທິດກຳນົດໃຫຍ່ໃນການພັດທະນາການຄ້າຂອງຫວຽດນາມແຕ່ນີ້ຮອດປີ 2020 ແລະ ຍຸດທະສາດການສົ່ງອອກ - ນຳເຂົ້າສິນຄ້າໃນໄລຍະ 2011 – 2020. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ຢູ່ນອກກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີ Nguyen Thanh Bien ໃຫ້ຮູ້ວ່າ:

“ສະຫະພາບເອີລົບ ເວົ້າລວມ ແລະ ຝຣັ່ງ ເວົ້າສະເພາະສວມບົດບາດສຳຄັນ ໃນການພົວພັນດ້ານເສດຖະກິດ - ການຄ້າຂອງຫວຽດນາມ ກັບບັນດາປະເທດ ແລະ ບັນດາພາກພື້ນ ໃນໂລກ. ໃນໄລຍະຜ່ານມາ,  ການພົວພັນເສດຖະກິດ - ການຄ້າ ລະຫວ່າງຫວຽດນາມ ແລະ ອີຢູ ໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ. ສະເພາະຝຣັ່ງແລ້ວ, ພວກເຮົາຫວັງວ່າຝຣັ່ງຍັງຄົງແມ່ນຕະຫຼາດສົ່ງອອກສິນຄ້າຕົ້ນຕໍຂອງຫວຽດນາມໃນບັນດາປະເທດສັງກັດສະຫະພາບເອີລົບ”

ຫວຽດນາມ ຄູ່ຮ່ວມ ມືການຄ້າ ແລະ ອຸດ ສາຫະກຳສຳຄັນ ຂອງຝຣັ່ງ ຢູ່ເຂດອາ ຊີຕາເວັນອອກສ່ຽງໃຕ - ảnh 2
ທ່ານ Nguyen Thanh Bien,​ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າຫວຽດນາມ
ທ່ານ​ນາງ Martine Stepanek, ຜູ້​ຮັບ​ຜິດ​ຊອບ​ພາກ​ພື້ນອາຊີ ​ແລະ ທະວີບອາ​ເມ​ລິ​ກາ​ຂອງຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳປາຣີ ​ໃຫ້​ຮູ້​ວ່າ

  “ ຜ່ານ​ຫຼາຍ​ປີ​ທີ່​​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ​ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ເຫັນ​ແຈ້ງ ​ແລະ ບັນ​ດາ​ວິ​ສາ​ຫະກິດຝລັ່ງໄດ້​ຫັນ​ປະຈັກ​ຕາ​ການ​ພັດທະນາ​ຢູ່​ຫວຽດນາມ. ສິ່ງດັ່ງ​ກາວ​ໄດ້​​ເຮັດ​ບັນດາ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ປາດ​ຖະໜາ​ຢາກ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ ​ໃນ​ສະພາບ​ການ​ລົງທຶນນັບ​ມື້​ນັບ​ດຶງ​ດູ​ດ, ມີ​ຄວາມສະດວກ​ສະບາ​ຍ​ສຳລັບບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ. ​ເພາະສະ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ການ​ພັດທະນາ​ແມ່ນ​ສິ່ງຈະ​ແຈ້ງ ​ແລະ ບັນ​ດາ​ວິ​ສາ​ຫະກິດຂອງ​ພວກ​ຂ້າພະ​​ເຈົ້າ​ພວມ​ມີ​ແງ່​ຫວັງພັດທະນາ​ຢ່າງສະດວກ​ສະບາຍ ”.

ຂ່າວ/ບົດ​ອື່ນ