ຫວຽດ​ນາມ ຈັດ​ກິດ​ຈະ​ກຳຫຼາ​ຍ​ຢ່າງເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຄົບ​ຮອບ 61 ປີ

(VOVWORLD) - ຕອນຄ່ຳວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານນະຄອນ, ຄະນະຊາວໜຸ່ມນະຄອນ, ພະແນກສຶກສາທິການ ແລະ ກໍ່ສ້າງ ຈັດລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”.
ຫວຽດ​ນາມ ຈັດ​ກິດ​ຈະ​ກຳຫຼາ​ຍ​ຢ່າງເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຄົບ​ຮອບ 61 ປີ - ảnh 1ລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ” (ພາບ: VOV)

ເນື່ອງໃນໂອກາດລະນຶກເຖິງວັນວິນາດສະກຳທາດພິດສີສົ້ມ ຄົບຮອບ 61 ປີ (10 ສິງຫາ 1961 – 10 ສິງຫາ 2022), ຕອນຄ່ຳວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານນະຄອນ, ຄະນະຊາວໜຸ່ມນະຄອນ, ພະແນກສຶກສາທິການ ແລະ ກໍ່ສ້າງ ຈັດລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”. ໃນລາຍການນີ້, ຫົວໜ່ວຍຕ່າງໆ ໄດ້ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ທຸກຍາກເປັນພິເສດ ກວ່າ 30 ພູດ. ມີວິສາຫະກິດຫຼາຍແຫ່ງ, ຜູ້ໃຈບຸນໃຈກຸສົນຫຼາຍຄົນ ລະດົມເງິນໄດ້ເກືອບ 6 ຕື້ດົ່ງ ເພື່ອປະກອບເຂົ້າກອງທຶນເບິ່ງແຍງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນນະຄອນ ດ່າໜັງ. ມາຮອດປັດຈຸບັນ, ທາງສະມາຄົມລະດົມແຫຼ່ງງົບປະມານໄດ້ 126 ຕື້ດົ່ງ ເພື່ອເບິ່ງແຍງໃຫ້ແກ່ເປົ້າໝາຍດັ່ງກ່າວ.

        ເນື່ອງໃນໂອກາດນີ້, ວັນທີ 8 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ໂຮ່ຈີມິນ ກໍໄດ້ຈັດງານພົບປະສັງສັນເຊັ່ນດຽວກັນ ແລະ ມອບທຶນການສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຈຳນວນ 268 ທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ