ຫວຽດນາມ ຈັດກອງປະຊຸມສຳມະນາຢ່າງບໍ່ເປັນທາງການຂອງເວທີປາໄສອາຊີ - ເອີລົບ ກ່ຽວກັບສິດທິມະນຸດ

ຫວຽດນາມ ຈັດກອງປະຊຸມສຳມະນາຢ່າງບໍ່ເປັນທາງການຂອງເວທີປາໄສອາຊີ - ເອີລົບ ກ່ຽວກັບສິດທິມະນຸດ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 18 - 21/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​​ກອງ​ປະຊຸມ​ສຳ​ມະ​ນາ​ບໍ່​ເປັນ​ທາງ​ການ​ຂອງ​ເວທີ​ປາ​ໄສ​ອາຊີ - ​ເອີ​ລົບ ກ່ຽວ​ກັບ​ສິດທິ​ມະນຸດຄັ້ງ​ທີ 14 ດ້ວຍ​ຫົວ​ຂໍ້ “ວິ​ສາ​ຫະກິດ ​ແລະ ສິດທິ​ມະນຸດ”. ​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 14 ຈະ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າກັນ​ສາກົນ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ສິດທິ​ມະນຸດ; ຢືນຢັນ ຍາມ​ໃດ​ຫວຽ​ດນາມ​ກໍ່​ເຄົາລົບ​ຄຸນຄ່າ​ດ້ານ​ສິດທິ​ມະນຸດ ​ແລະ ພ້ອມ​ແລ້ວທີ່​ຈະ​ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ບັນດາ​ຄວາມ​ແຕກ​​ໂຕນ​ກັນ; ປະກອບສ່ວນ​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ ASEM ​ເລິກ​ເຊິ່ງຂຶ້ນ​ຕື່ມ. ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ໜ້າ​ທີ່​ຮັບຜິດ​ຊອບ​ປົກ​ປ້ອງ​ສິດ​ທິມະນຸດ​ຂອງ​ປະ​ເທດຊາດ, ໜ້າ​ທີ່​ຮັບຜິດຊອບ​ປົກ​ປ້​ອງສິດ​ທິ​ມະນຸດ​ຂອງ​ບັນດາ​ວິ​ສາ​ຫະກິດ, ​ເລື່ອງ​ຊຸກຍູ້ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ປົກ​ປ້ອງ​ສິດ​ທິ​ມະນຸດ.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ຄາດ​ວ່າ​ຈະ​ມີຜູ້​ແທນ 120 ຄົນ ທີ່​ຕ່າງ​ນ້າ​ໃຫ້​ບັນດາ​ປະ​ເທດ ASEM, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ…  ​ໃນ​ຂອບ​ເຂດ​ເຫດການ​ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “ສັນຍາ​ແຮງ​ງານ ​ແລະ ສິດ​ຂອງ​ຜູ້​ອອກ​ແຮງ​ງານ” ​ໂດຍ​ຫວຽດນາມ ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ