ຫວຽດ​ນາມ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຕີບ​ໄຕ​ໄວ​ໃໝ່

(VOVWORLD) -  “ຫວຽດນາມ ຈະກ້າວເຂົ້າສູ່ໄລຍະເຕີບໄຕໄວໃໝ່”. ນີ້ແມ່ນຂໍ້ສັງເກດລວມຂອງບັນດານັກຊ່ຽວຊານ, ນັກຮຽນຮູ້ ຈີນ ເມື່ອວິເຄາະກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫຼັງ 80 ປີ ນັບແຕ່ເມື່ອສ້າງຕັ້ງປະເທດ ສາທານະລະລັດ ປະຊາທິປະໄຕ ຫວຽດນາມ (ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ).
 
ຫວຽດ​ນາມ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຕີບ​ໄຕ​ໄວ​ໃໝ່ - ảnh 1ທ່ານນາງ ສຈ.ປອ Pan Jin’e, ສະຖາບັນຄົ້ນຄວ້າ ລັດທິ ມາກ ສັງກັດສະຖາບັນວິທະຍາສາດສັງຄົມ ຈີນ (ພາບ: TTXVN)

ເມື່ອວິເຄາະກ່ຽວກັບບັນດາຜົນງານເສດຖະກິດເຊິ່ງ ຫວຽດນາມ ບັນລຸໄດ້, ທ່ານນາງ ສຈ.ປອ Pan Jin’e, ສະຖາບັນຄົ້ນຄວ້າ ລັດທິ ມາກ ສັງກັດສະຖາບັນວິທະຍາສາດສັງຄົມ ຈີນ, ນັກຊ່ຽວຊານກ່ຽວກັບບັນດາບັນຫາ ຫວຽດນາມ, ຖືວ່າ ຫວຽດນາມ ແມ່ນແບບຢ່າງຕົວຈິງທີ່ສຳເລັດຜົນໃນການສົມທົບລັດທິສັງຄົມນິຍົມກັບເສດຖະກິດການຕະຫຼາດ. ວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ຍຸຕິທຳສັງຄົມຂອງ ຫວຽດນາມ ກໍບັນລຸໄດ້ບັນດາຜົນງານທີ່ໜ້າຮັບຮູ້ ແລະ ທະນາຄານໂລກ ຕີລາຄາວ່າ ແມ່ນ “ຕົວແບບກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢູ່ບັນດາປະເທດພວມພັດທະນາ”. ໃນ 6 ເດືອນຕົ້ນປີ 2025, ລະດັບການເຕີບໂຕ GDP ຂອງ ຫວຽດນາມ ບັນລຸໄດ້ 7,52%, ເຊິ່ງເປັນລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນນັບແຕ່ປີ 2011 ມານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໃກ້ຈະກ້າວເຂົ້າສູ່ໄລຍະເຕີບໂຕໄວໃໝ່.

        ໃນຂະນະນັ້ນ, ທ່ານ Zhang Jianguo, ອະດີດຫົວໜ້າກົມເອີຣົບຕາເວັນຕົກ, ຄະນະປະສານງານພົວພັນຕ່າງປະເທດສູນກາງພັກຄອມມູນິດ ຈີນ, ເລຂາທິການໃຫຍ່ສະມາຄົມວິທະຍາ Charhar  ຈີນ ແລ້ວ ນັບແຕ່ປີ 2022 ມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍຮັກສາລະດັບການເຕີບໂຕສະເລ່ຍປະຈຳປີປະມານ 6%, ກາຍເປັນກຳລັງໜູນເຕີບໂຕເສດຖະກິດຫຼັກແຫຼ່ງຢູ່ອາຊີຕາເວັນອອກສ່ຽງໃຕ້.

      


ຕອບກັບ

ຂ່າວ/ບົດ​ອື່ນ