ຫວຽດນາມ ຈະຈັດຕັ້ງກອງປະຊຸມ IPU ສຳເລັດຜົນ

ຫວຽດນາມ ຈະຈັດຕັ້ງກອງປະຊຸມ IPU ສຳເລັດຜົນ - ảnh 1
(ຫວຽດນາມ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ IPU ສຳ​ເລັດ​ຜົນ)

(vovworld) –  ວັນ​ທີ 21/06, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ ​ເຈີ​ນວັນ​ຮັ່ງ, ຫົວ​ໜ້າກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຈັດ​ຕັ້ງກອງ​ປະຊຸມສະມັດຊາ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດສາກົນ​​ຄັ້ງ​ທີ 132 (IPU - 132) ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Anda Filip, ຫົວໜ້າ​ກົມ​ການ​ຕ່າງປະ​ເທດ ​ແລະ ການພົວພັນ​ກັບ​ບັນດາ​ສະມາຊິກ, ຄະນະ​ເລຂາ IPU ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ ​ເຈີ​ນວັນ​ຮັ່ງ, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​​ການ​ສົມທົບ​ກັບຄະນະ​ເລຂາ IPU ​​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສາມາດ​ຈັດ​ຕັ້ງ IPU – 132 ​ໃນ​ປີ 2015 ຢູ່​ຫວຽດນາມ ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ນາງ Anda Filip ກໍ່​ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ສົມທົບ​ກັບ​ພະນັກງານ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກຽວ​ຂ້ອງຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ກອງ​ປະຊຸມ IPU ບັນລຸ​ໄດ້ຜົນ​ງານ​ສູງ​ສຸດ.

        ​ແລະ​ກໍ່​ໃນ​ວັນ​ດຽວກັນກໍ່​ໄດ້​ຈັດ​ກອງ​ປະຊຸມ​ຝືກ​ອົບ​ໂຮມ​ຄັ້ງ​ທີ 1 ກ່ຽວ​ກັບ IPU ​ແລະ ວຽກ​ງານ​ຈັດ​ຕັ້ງ IPU – 132 ຂຶ້ນ.

ຂ່າວ/ບົດ​ອື່ນ