ຫວຽດນາມ ຈະສົ່ງອອກໝາກນາວ ແລະ ໝາກກ້ຽງໃຫຍ່ ໄປຍັງ ນິວຊີແລນ

(VOVWORLD) - ຫວຽດນາມ ພວມຜັນຂະຫຍາຍປະຕິບັດຍຸດທະສາດພັດທະນາກະສິກຳ, ຊົນນະບົດໃຫ້ໝັ້ນຄົງເຂັ້ມແຂງ, ໂດຍອີງໃສ່ 3 ເສົາຄ້ຳ: ກະສິກຳຊີວະພາບ - ຊົນນະບົດທັນສະໄໝ - ຊາວກະສິກອນສີວິໄລ.
ຫວຽດນາມ ຈະສົ່ງອອກໝາກນາວ ແລະ ໝາກກ້ຽງໃຫຍ່ ໄປຍັງ ນິວຊີແລນ - ảnh 1ການລົງນາມ ລະຫວ່າງສອງຝ່າຍ
(ພາບ:VOV)

ຫວຽດນາມ ແລະ ນິວຊີແລນ ມີລະບົບການຜະລິດທັນຍາຫານຢ່າງມີປະສິດທິຜົນ ແລະ ຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະ ກັນ. ທັງສອງປະເທດມີຄວາມເອກອ້າງທະນົງທີ່ໄດ້ເປັນຜູ້ສະໜອງທັນຍາຫານໃຫ້ທົ່ວໂລກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ, ທີ່ “ການໂອ້ລົມສົນທະນາ ແລະ ງານວາງສະແດງ AgriConnectio New Zealand: ຄູ່ຮ່ວມມືຍຸດທະສາດໃນຂົງເຂດກະສິກຳ” ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເລມິງຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ:

        “ຫວຽດນາມ ພວມຜັນຂະຫຍາຍປະຕິບັດຍຸດທະສາດພັດທະນາກະສິກຳ, ຊົນນະບົດໃຫ້ໝັ້ນຄົງເຂັ້ມແຂງ, ໂດຍອີງໃສ່ 3 ເສົາຄ້ຳ: ກະສິກຳຊີວະພາບ - ຊົນນະບົດທັນສະໄໝ - ຊາວກະສິກອນສີວິໄລ. ຂະແໜງກະສິກຳ ຫວຽດນາມ ພວມຫັນປ່ຽນຕາມທິດສົມທົບຫຼາຍຄຸນຄ່າ, ຄວາມໝັ້ນຄົງ, ການປ່ອຍອາຍພິດຕ່ຳ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດມີປະສິດທິຜົນ… ຂະແໜງກະສິກຳ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ນິວຊີແລນ ລົງທຶນ, ດຳເນີນທຸລະກິດໃຫ້ມີປະສິດທິຜົນ, ຍືນຍົງ ແລະ ຜຸກພັນກັນຢ່າງແໜ້ນແຟ້ນຍາວນານກັບປະເທດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ