ຫວຽດນາມ ຊຸກຍູ້ ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ

ຫວຽດນາມ ຊຸກຍູ້ ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ - ảnh 1
ພາບປະກອບ

(vovworld) – ​​ທ່ານ​ນາຍົກລັດຖະມົນຕີຫາກໍ່ອາ​ນຸມັດ​​ໂຄງການ “​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ປະຕິບັດ​ສົນ​ທິສັນຍາ ສປຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ ​ແລະ ບົດ​ບາດ​ຂອງ​ບັນດາ​ພາກສ່ວນ​ນ​ອກລັດ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດຖະບານ ຫວຽດນາມ” ​ໂດຍ​ໂຄງການ​ພັດທະນາ​ຂອງ ສປຊ (UNDP) ອຸປະຖຳ. ​ໂຄງການ​ດັ່ງກ່າວ​ຈະ​ຮັບ​ການ​ປະຕິບັດ​ໃນ​ເວລາ 4 ປີ​ດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 1,5 ລ້ານ USD, ຈຸດໝາຍ​ຍາວ​ນານ​ຂອງ​ໂຄງການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງຄວາມ​ສາມາດຂອງ​ລັດຖະບານ ຫວຽດນາມ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຜ່ານ​ກາ​ນຍົກ​ສູງ​ລະດັບ​ການ​ປະຕິບັດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດບັງ​ຫຼວງ (UNCAC) ​ແລະ ​ເພີ່ມ​ທະວີ​ບົດບາດ​ຂອງ​ບັນດາ​ພາກສ່ວນ​ນອກ​ລັດ​ໃນ​ວຽກງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

    ໝາ​ກຜົນ​ໂຄງການ​ນຳ​ມາ​ເຊິ່ງ​ແມ່ນ​ລະບົບ​ກົດໝາຍ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ​ໄດ້​ຮັບ​ການ​ປັບ​ປຸງຕາມ​ທິດ​ຍົກ​ສູງ​ລະດັບ​ການ​ປະຕິບັດ​ສົນທິສັນຍາ, ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງຫຼວງ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ຮັບ​ໃຊ້​ການ​ຕິດຕາມ​ກວດກາ, ຕີ​ລາຄາວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງຫຼວງ, ປະສິດທິ​ຜົນ​ແຫ່ງ​ການ​ກວດກາ, ຕິດຕາມ​ກວດກາຂອງ​ບັນດາ​ອົງການ​ສັງຄົມ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ກາ​ນຍົກ​ສູງ.


ຂ່າວ/ບົດ​ອື່ນ