ຫວຽດນາມ ຊຸກຍູ້ການຮ່ວມມື ອາຊຽນ - ESCAP ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ ແລະ ເປັນກຳລັງໜູນຂອງການພັດທະນາ ແລະ ໃນໄລຍະຜ່ານມາບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ
ຫວຽດນາມ ຊຸກຍູ້ການຮ່ວມມື ອາຊຽນ - ESCAP ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1(ທີ່ກອງປະຊຸມ)

ວັນທີ 07 ກໍລະກົດ, ທີ່ສຳນັກງານສະຫະປະຊາຊາດ ໄດ້ຈັດກອງປະຊຸມລະຫວ່າງທ່ານນາງ Armida Alisjahbana, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຫົວໜ້າຝ່າຍບໍລິຫານຄະນະກຳມະການເສດຖະກິດ ສັງຄົມ ອາຊີ - ປາຊີຟິກ ຂອງສະຫະປະຊາຊາດ ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ປະຈຳສະຫະປະຊາຊາດ ເພື່ອແລກປ່ຽນກ່ຽວກັບເລື່ອງຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ESCAP ແລະ ອາຊຽນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ສະເໜີໃຫ້ຄະນະເລຂາ ESCAP ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແບ່ງປັນບົດຮຽນ ແລະ ໜູນຊ່ວຍດ້ານເຕັກນິກກັບຄະນະເລຂາ ອາຊຽນ ໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ ແລະ ເປັນກຳລັງໜູນຂອງການພັດທະນາ ແລະ ໃນໄລຍະຜ່ານມາບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ