ຫວຽດນາມ ຊຶ່ງລາງວັນຊະນະເລີດຄັ້ງທີ 6 ໃນງານແຂ່ງຂັນ robocon ອາຊີ - ປາຊີຟິກ

(VOVWORLD) -ຕອນບ່າຍວັນທີ 27 ສິງຫາ, ຢູ່ ໂຕກຽວ (ປະເທດ ຍີ່ປຸ່ນ), ທິມ robocon ຫວຽດນາມ ໄດ້ແຂ່ງຂັນຢ່າງດີເດັ່ນ ແລະ ຍາດໄດ້ໄຊຊະນະໃນການແຂ່ງຂັນຊິງຊະນະເລີດ Robocon ອາຊີ - ປາຊີຟິກ ຕໍ່ຄູ່ແຂ່ງ ມາເລເຊຍ, ອັນໄດ້ນຳລວາງວັນຊະນະເລີດຄັ້ງທີ 6 ມາໃຫ້ ຫວຽດນາມ. 
ຫວຽດນາມ ຊຶ່ງລາງວັນຊະນະເລີດຄັ້ງທີ 6 ໃນງານແຂ່ງຂັນ robocon ອາຊີ - ປາຊີຟິກ - ảnh 1ທິມ ຫວຽດນາມ ເຂົ້າຮ່ວມການເສັງ robocon ອາຊີ - ປາຊີຟິກ 

ທິມ ໄທ ແລະ ຍີ່ປຸ່ນ ປະລາໄຊໃນການແຂ່ງຂັນຮອງຊິງຊະນະເລີດ ແລະ ພ້ອມກັນຍາດໄດ້ລາງວັນທີ 3. ກ່ອນທີ່ເຂົ້າຮ່ວມໃນການແຂ່ງຂັນຊິງຊະນະເລີດ, ທິມ ຫວຽດນາມ ໄດ້ໄຊຊະນະຕໍ່ບັນດາທິມຂອງປະເທດຕ່າງໆຄື: ສີລັງກາ, ອິນເດຍ, ຍີ່ປຸ່ນ. ທິມ Robocon ຫວຽດນາມ ປີນີ້ມີ 13 ຄົນຂອງ ມະຫາວິທະຍາໄລ ລາກຮົ່ງ, ແຂວງ ດົ່ງນາຍ. ນີ້ແມ່ນບັນດານັກສຶກສາຫາກໍ່ໄດ້ຮັບລາງວັນຊະນະເລີດ Robocon ທົ່ວປະເທດ ຈັດຕັ້ງຢູ່ແຂວງ ນີງບີ່ງ. ການແຂ່ງຂັນ Robocon ອາຊີ - ປາຊີຟິກ ສະຫງວນໃຫ້ບັນດານັກສຶກສາຂອງມະຫາວິທະຍາໄລ, ວິທະຍາໄລໃນພາກພື້ນ ໂດຍສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ຈັດຕັ້ງ. ປີນີ້, ການແຂ່ງຂັນມີການເຂົ້າຮ່ວມຂອງ 16 ທິມມາຈາກ 15 ປະເທດ ແລະ ເຂດແຄ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ