ຫວຽດນາມ ຊົມເຊີຍ ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ

(VOVWORLD) -ທ່ານນາງຝ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງກຳປູເຈຍ ແລະ ສະມາຊິກອາຊຽນ, ຫວຽດນາມ ຍາມໃດກໍປາດຖະໜາໃຫ້ກຳປູເຈຍມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງຈະເລີນຮຸ່ງເຮືອງ
ຫວຽດນາມ ຊົມເຊີຍ ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ - ảnh 1ທ່ານ Hun Manet ຜູ້ສະໝັກເລືອກຕັ້ງ ຂອງພັກ CPP ກ່າວຄຳເຫັນທີ່ທີ່ການຫາສຽງເລືອກຕັ້ງຢູ່ພະນົມເປັນເມື່ອວັນທີ 21 ກໍລະກົດ

     ວັນທີ 25 ກໍລະກົດນີ້, ໃນການຕອບສຳພາດນັກຂ່າວທີ່ສະເໜີໃຫ້ຮູ້ ທັດສະນະ ຂອງຫວຽດນາມກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດກຳປູເຈຍຊຸດທີ 7, ທ່ານນາງຝ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງກຳປູເຈຍ ແລະ ສະມາຊິກອາຊຽນ, ຫວຽດນາມ ຍາມໃດກໍປາດຖະໜາໃຫ້ກຳປູເຈຍມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງຈະເລີນຮຸ່ງເຮືອງ; ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ນັບມື້ນັບພັດທະນາຢ່າງດີງາມ ເພື່ອ ຜົນປະໂຫຍດ ຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ບົນຈິດໃຈນັ້ນ, ຫວຽດນາມ ໄດ້ຊົມເຊີຍ ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ໃນວັນທີ 23 ກໍລະກົດ 2023 ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ