ຫວຽດນາມ ຍົກສູງ ການຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ

(VOVWORLD) -“ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ອະນຸພາກພື້ນ: ບົດບາດຂອງບັນດາປະເທດ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສປຊ ໃນການ ສະກັດກັ້ນ ແລະ ແກ້ໄຂການປະທະກັນ” 
ຫວຽດນາມ ຍົກສູງ ການຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ (ພາບ: vov) 

ວັນທີ 06 ທັນວາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ອະນຸພາກພື້ນ: ບົດບາດຂອງບັນດາປະເທດ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສປຊ ໃນການ ສະກັດກັ້ນ ແລະ ແກ້ໄຂການປະທະກັນ” ພາຍໃຕ້ການເປັນປະທານຂອງ ທ່ານ Cote d’Voire - ປະເທດປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນທັນວາ 2018.

        ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ ຖືວ່າ ຄວນເນັ້ນໜັກເຖິງໜ້າທີ່ຕົ້ນຕໍຂອງບັນດາປະເທດທີ່ກ່ຽວຂ້ອງເຖິງການສະກັດກັ້ນ ແລະ ແກ້ໄຂການປະທະກັນ; ທຸກປະເທດ ຄວນປະຕິບັດຕາມກົດໝາຍສາກົນ, ລວມທັງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັນນັ້ນ, ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ສວມບົດບາດສໍາຄັນໃນການຍົກສູງ ແລະ ຊຸກຍູ້ບັນດາມູນຄ່່າລວມ, ບັນດາມາດຕະຖານການປະພຶດ ແລະ ຫຼັກການຂອງກົດໝາຍສາກົນ ໄດ້ຊ່ວຍຮັກສາການພົວພັນມິດຕະພາບລະຫວ່າງບັນດາປະເທດ.

        ຕາມທ່ານເອກອັກຄະລັດຖະທູດແລ້ວ, ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ຄວນຊຸກຍູ້ໃນທຸກຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ - ສັງຄົມ ເພື່ອແນໃສ່ສົມທົບກັນແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກ ທີ່ພວມພົ້ນເດັ່ນຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ