ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການສົມທົບກັນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(VOVWORLD) - ໃນໄລຍະຈະມາເຖິງ, ດ້ວຍບັນດາວຽກງານລະອຽດ, ພະມະຫາອາຈານພ້ອມກັບບັນດາເພື່ອນມິດຍີ່ປຸ່ນ...

ຕອນບ່າຍວັນທີ 3 ທັນວາ, ຄະນະຜູ້ແທນຂອງສະມາຄົມພຸດທະສາສະໜາ Kyoto, ຄະນະສັນຕິພາບສາສະໜາ ຍີ່ປຸ່ນ, ໂດຍພະມະຫາອາຈານ Mitagi Tainen, ກຳມະການຜູ້ປະຈຳການພຸດທະສາສະໜາ Kyoto, ກຳມະການຄະນະສັນຕິພາບສາສະໜາ ຍີ່ປຸ່ນ, ເຈົ້າອາວາດວັດ Shogoin Monzeki, ນຳໜ້າໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ. ທີ່ການເຮັດວຽກ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ດ້ວຍບັນດາວຽກງານລະອຽດ, ພະມະຫາອາຈານພ້ອມກັບບັນດາເພື່ອນມິດຍີ່ປຸ່ນ ຈະສືບຕໍ່ນຳຄວາມຜາສຸກໃນການດຳລົງຊີວິດມາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຫຼາຍກ່ວາອີກ ແລະ ຮັດແໜ້ນການພົວພັນອັນດີງາມລະຫວ່າງ ສອງປະເທດ ຫວຽດນາມ - ຍີ່ປຸ່ນ ກ່ວາອີກ.

        ພະມະຫາອາຈານ Mitagi Tainen ແບ່ງປັນວ່າ: ເດືອນ ສິງຫາ 2019, ສະມາຊິກໃນຄະນະຜູ້ແທນພຸດທະສາສະໜາ Kyoto, ຄະນະສັນຕິພາບສາສະໜາ ຍີ່ປຸ່ນ ຈະເຊື່ອມຕໍ່, ສົ່ງນັກປະພັນດົນຕີ, ນັກສິລະປິນເກືອບ 100 ຄົນມາພົບປະແລກປ່ຽນ, ຈັດຕັ້ງງານດົນຕີປະສານສຽງເພື່ອການກຸສົນ ບໍລິຈາກເງິນສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ