ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

(VOVWORLD) -ວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງ ຍີ່ປຸ່ນ ໂດຍທ່າລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Takeshi Iwaya ເປັນຫົວໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ảnh 1 ການພົບປະເຈລະຈາລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ - ຍີ່ປຸ່ນ (ພາບ:TTXVN)

        ທີ່ການພົບປະເຈລະຈາ ເຊິ່ງຖືກຈັດຂຶ້ນພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານ ເຫັນດີ ສືບຕໍ່ເພີ່ມທະວີການພົວພັນຮອບດ້ານ, ນໍາການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ; ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍເປັນປະທານຮ່ວມ ກຸ່ມນັກຊ່ຽວຊານ ADMM+  ກ່ຽວກັບການຮັກສາສັນຕິພາບ ເຊິ່ງສອງປະເທດຈະແປກຫາບ ເມື່ອ ຫວຽດນາມ ເປັນປະທານໝູນວຽນຂອງ ອາຊຽນ ໃນປີ 2020. ພ້ອມກັນນັ້ນ, ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນບໍາລຸງສ້າງ, ໜູນຊ່ວຍຍົກສູງກໍາລັງຄວາມສາມາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຮັກສາສັນຕິພາບ ສປຊ; ຍູ້ແຮງການຜັນຂະຫຍາຍວຽກງານເສນາຮັກ, ອຸດສາຫະກໍາປ້ອງກັນຊາດ.

        ທ່ານລັດຖະມົນຕີ ໂງຊວນລິກ ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດ ຍີ່ປຸ່ນ ພ້ອມກັບບັນດາກະຊວງ, ຂະແໜງການອື່ນ ຂອງຍີ່ປຸ່ນ ສືບຕໍ່ຍູ້ແຮງການຮ່ວມມືກັບ ກະຊວງປ້ອງກັນປະເທດ ຫວຽດນາມ ໃນບາງຂົງເຂດຄື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ຫວຽດນາມ, ຮັກສາຄວາມປອດໄພໃນການເດີນທາງທະເລ, ການກູ້ໄພກູ້ຊີບ, ເຂົ້າຮ່ວມການຮັກສາສັນຕິພາບ ສປຊ. 

ຕອບກັບ

ຂ່າວ/ບົດ​ອື່ນ