ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຫຼານຂົງເຂດ

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຫຼານຂົງເຂດ - ảnh 1
(ພາບປະກອບ: moit.gov.vn)

(vovworld) – ວັນ​ທີ 20/01, ການ​ນຳ​ຄະນະກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມສະ​ງົບ, ຄະນະກຳມາ​ທິການ​ເສດຖະກິດ ​ແລະ ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Katayama Satsuki, ປະທານ​ກຳ​ມາ​ທິການ​ການຕ່າງປະເທດ ​ແລະ ປ້ອງ​ກັນສະພາ​ສູງ​ຍີ່ປຸ່ນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທີ່​​ການ​ພົບ​ປະ, 2 ຝ່າ​ຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງການ​ພົວພັນ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​, ​ແທດ​ຈິງ, ​​ແທດເໝາະ​ກັບ​ການ​ພົວພັນຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ ​ແລະ ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ແລກປ່ຽນກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ຂອງ 2 ປ​ະ​ເທດ. 2 ຝ່າຍ​ເຫັນ​ດີ​ນຳ​ກັນແລກປ່ຽນບົດຮຽນ​ໃນ​ການສ້າງ​ກົດໝາຍ ​ແລະ ຕິດຕາມ​ກວ​ດກາ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

        ສ່ວນ​ທ່ານ​ນາງ Katayama Satsuki ​ເນັ້ນ​ໜັກ​ວ່າ, ຍີ່ປຸ່ນ ຈະ​ສືບ​ຕໍ່​ສະ​ໜອງ​ແຫຼ່ງທຶນ ODA ຊ່ວຍ​ຫວຽດນາມ ພັດທະນາ​ພື້ນຖານ​ໂຄງ​ລ່າງ; ປາດ​ຖະໜາ​ວ່າ ຍີ່ປຸ່ນ ​ແລະ ຫວຽດນາມ ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ບຳລຸງ​ສ້າງ​ແຫຼ່ງຊັບພະຍາ​ກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ
ຂ່າວ/ບົດ​ອື່ນ