ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ປ້ອງ​ກັນ, ຕ້ານ​ໄພ​ພິ​ບັດທຳ​ມະ​ຊາ​ດ​ແມ່ນ​ໜ້າ​ທີ່​ແຖວ​ໜ້າ, ເປັນ​ປະ​ຈຳ ແລະ ຕໍ່​ເນື່ອງ

(VOVWORLD) -ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ພິເສດແມ່ນໃນການຮ່ວມມືກັບສາກົນ. ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມມອົງການຈັດຕັ້ງ, ເວທີປາໄສສາກົນ ທີ່ກ່ຽວຂ້ອງເຖິງການປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ. 
ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ປ້ອງ​ກັນ, ຕ້ານ​ໄພ​ພິ​ບັດທຳ​ມະ​ຊາ​ດ​ແມ່ນ​ໜ້າ​ທີ່​ແຖວ​ໜ້າ, ເປັນ​ປະ​ຈຳ ແລະ ຕໍ່​ເນື່ອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງຕອບສະໜອງວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ (13/10). ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທຳມະຊາດ, ຊອກຫາ, ກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ໄດ້ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ພິເສດແມ່ນໃນການຮ່ວມມືກັບສາກົນ. ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມມອົງການຈັດຕັ້ງ, ເວທີປາໄສສາກົນ ທີ່ກ່ຽວຂ້ອງເຖິງການປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ. ເຖິງຢ່າງໃດກໍຕາມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ໂລກລະບາດໂຄວິດ - 19 ໄດ້ ແລະ ພວມວາງອອກສິ່ງທ້າທາຍໃໝ່ຫຼາຍຢ່າງແກ່ວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ.

        “ລັດຖະບານ ຫວຽດນາມ ຢັ້ງຢືນວ່າ ຍາມໃດກໍຖືການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແມ່ນໜ້າທີ່ແຖວໜ້າ, ເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອແນໃສ່ປົກປ້ອງຊີວິດອິນຊີ, ສຸຂະພາບ ການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນ.  ຫວຽດນາມ ຕີລາຄາສູງ ແລະ ປາດຖະໜາວ່າ ບັນດາປະເທດ, ບັນດາອົງການຈັດຕັ້ງ, ເພື່ອນມິດສາກົນ ຈະສືບຕໍ່ຮ່ວມເດີນທາງ, ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈ, ໜູນຊ່ວຍ ຫວຽດນາມ ໄດ້ສຳຜັດກັບວິທະຍາສາດ, ເຕັກໂນໂລຢີທັນສະໄໝໂດຍໄວ, ໃຫ້ການຊ່ວຍເຫຼືອແຫຼ່ງກຳລັງເພື່ອຮັບມືໄດ້ຢ່າງທັນການ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດໄດ້ຢ່າງວ່ອງໄວ.  ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ອົງການຈັດຕັ້ງສາກົນ ເມື່ອປະຕິບັດໂຄງການຊ່ວຍເຫຼືອດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ, ກູ້ໄພກູ້ຊີບ, ຊ່ວຍເຫຼືອ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ