ຫວຽດ​ນາມ ຍ​າມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມລວມ​ໃນ​ການ​ຮັບ​ມືກັບປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.
ຫວຽດ​ນາມ ຍ​າມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມລວມ​ໃນ​ການ​ຮັບ​ມືກັບປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

ກອງປະຊຸມໂດຍສະຫະພັນລັດຖະສະພາໂລກ (IPU), ສະຫະປະຊາຊາດ (UN) ແລະ ສະພາແຫ່ງຊາດ ໂອຕາລິດ ສົມທົບກັນຈັດຂຶ້ນໃນລະຫວ່າງວັນທີ 19-20 ສິງຫາ ປີ 2020.

ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ: ການນຳພາຂອງລັດຖະສະພາ ເພື່ອປະຕິບັດລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກ່ວາອີກ, ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ.

ກ່າວຄຳເຫັນທີ່ວາລະປຶກສາຫາລື: ຊຸກຍູ້ການກະທຳຂອງລັດຖະສະພາ: ກໍລະນີສຸກເສີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ສະໜັບສະໜູນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຊຸມປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບປ່ຽນແປງຂອງດິນຟ້າອາກາດຜ່ານການປັບປຸງລະບົບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ສົມບູນແບບ; ບູລິມະສິດແຫຼ່ງກຳລັງໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.

ເພື່ອຊຸກຍູ້ການກະທຳຂອງລັດຖະສະພາໃຫ້ຫຼາຍກ່ວາອີກ ສຳລັບກໍລະນີສຸກເສີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງ ຫງວຽນທິກິມເງິນ ມີບາງຂໍ້ສະເໜີວ່າ:

ຊຸກຍູ້ການປະກາດໃຊ້ນະໂຍບາຍປ່ຽນແປງໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດພັດທະນາແບບຍືນຍົງ, ພັດທະນາດ້ານເສດຖະກິດຂຽວ, ເສດຖະກິດໝູນວຽນເພື່ອຫຼຸດຜ່ອນບັນດາຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ດ້ານການເມືອງ, ເສດຖະກິດ, ສັງຄົມ; ພ້ອມທັງປະກາດໃຊ້ບັນດານະໂຍບາຍສັງຄົມ. ລັດຖະສະພາບັນດາປະເທດສືບຕໍ່ຈັດແບ່ງແຫຼ່ງກຳລັງທີ່ໃຫ້ເໝາະສົມ, ເພີ່ມທະວີການ ຕິດຕາມກວດກາ, ຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບປ່ຽນແປງຂອງດິນຟ້າອາກາດ. ສະເໜີໃຫ້ບັນດາອົງການສາກົນ, ບັນດາປະເທດພັດທະນາເພີ່ມທະວີການຊ່ວຍເຫຼືອບັນດາປະເທດພວມພັດທະນາຜັນຂະຫຍາຍບັນດາມາດຕະການຮັບມືກັບປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19ຍັງສືບຕໍ່ຜັນແປຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ