ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມແລ້ວ​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ

(VOVWORLD) -ນັບແຕ່ເວລາກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ຫວຽດນາມ ຍາມໃດກໍ່ສະແດງຄວາມປາດຖະໜາຢາກເປັນເພື່ອນມິດກັບທຸກປະເທດ ແລະ ພ້ອມແລ້ວປະຕິບັດໜ້າທີ່ສາກົນ ຄືເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສະຫະປະຊາຊາດ ແລະ ຫາກໍ່ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວກກີ.
ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມແລ້ວ​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ - ảnh 1ຄະນະກູ້ໄພກູ້ຊີບ ກະຊວງຕຳຫຼວດ ຫວຽດນາມ ກັບຄືນປະເທດ (ພາບ: VOV)

ຫວຽດນາມ ຍາມໃດກໍ່ພ້ອມແລ້ວປະຕິບັດໜ້າທີ່ສາກົນ. ທ່ານ Saadi Salama ເອກອັກຄະລັດຖະທູດ ປາເຣສຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະການທູດຢູ່ ຫວຽດນາມ, ເນັ້ນໜັກສິ່ງດັ່ງກ່າວ ເມື່ອຕອບສຳພາດ ສຳນັກຂ່າວສານ ຫວຽດນາມ ເມື່ອວັນທີ 20 ກຸມພາ ກ່ຽວກັບບັນດາການປະກອບສ່ວນ ຂອງ ຫວຽດນາມ ໃນການປະຕິບັດໜ້າທີ່ມະນຸດສະທຳສາກົນ. ທ່ານເອກອັກຄະລັດຖະທູດ Saadi Salama ກ່າວວ່າ: ນັບແຕ່ເວລາກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ຫວຽດນາມ ຍາມໃດກໍ່ສະແດງຄວາມປາດຖະໜາຢາກເປັນເພື່ອນມິດກັບທຸກປະເທດ ແລະ ພ້ອມແລ້ວປະຕິບັດໜ້າທີ່ສາກົນ ຄືເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສະຫະປະຊາຊາດ ແລະ ຫາກໍ່ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວກກີ. ນີ້ແມ່ນຫຼັກຖານສະແດງເຖິງນ້ຳໃຈ, ຄວາມເປັນມະນຸດສະທຳຂອງປະຊາຊົນ ຫວຽດນາມ ຕໍ່ກັບປະຊາຊົນບັນດາປະເທດ ໃນໂລກ, ພ້ອມກັນນັ້ນກໍ່ເປັນການໃຫ້ຄຳໝັ້ນສັນຍາເຊິ່ງກັນ ແລະ ກັນ ຊຸກຍູ້ບັນດາການພົວພັນມິດຕະພາບ ເພື່ອພ້ອມກັນສ້າງອານາຄົດອັນດີງາມ ບໍ່ພຽງແຕ່ໃຫ້ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງໃຫ້ທົ່ວໂລກອີກດ້ວຍ. ການມີໜ້າຂອງບັນດານັກຮົບ ຫວຽດນາມ ຢູ່ຕວກກີ ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບອັນຍິ່ງໃຫ່ຍ ດ້ວຍໜ້າທີມະນຸດສະທຳສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ