ຫວຽດ​ນາມ ຍາມ​ໃດ​ກໍໍ່​​ເປັນປັດໄຈສຳ​ຄັນ​ຂອງ ອາ​ຊຽນ

(VOVWORLD) -ໃນວັນທີ 28 ກໍລະກົດ, ເນື່ອງໃນໂອກາດຄົບຮອບ 25 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ, ທ່ານຮອງສາດສະດາຈານ Simon Tay, ຫົວໜ້າສະຖາບັນບັນດາບັນຫາສາກົນ ສິງກະໂປ (SIIA), ເນັ້ນໜັກວ່າ; ດ້ວຍການພັດທະນາຢ່າງກ້າວກະໂດດຂັ້ນພ້ອມກັບບັນດານະໂຍບາຍປ່ຽນແປງໃໝ່, ເປີດປະຕູສູ່ໂລກພາຍນອກ, ຫວຽດນາມ ຍາມໃດກໍໍ່ເປັນປັດໄຈສຳຄັນຂອງ ອາຊຽນ ນັບແຕ່ເຂົ້າເປັນສະມາຊິກ ອາຊຽນ ໃນປີ 1995.
ຫວຽດ​ນາມ ຍາມ​ໃດ​ກໍໍ່​​ເປັນປັດໄຈສຳ​ຄັນ​ຂອງ ອາ​ຊຽນ - ảnh 1ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ຫວຽດນາມຮັບດຳລົງຕຳແໜ່ງເປັນປທານ AIPA 41 (ພາບ: TTXVN)

ໃນຂະນະນັ້ນ, ທ່ານນາງ Jessica Wau, ຮອງຫົວໜ້າ SIIA ຮັບຜິດຊອບການຄົ້ນຄ້ວາກ່ຽວກັບ ອາຊຽນ, ຕີລາຄາສູງບົດບາດການຊີ້ນຳນຳພາ ອາຊຽນ ຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020. ເລື່ອງ ຫວຽດນາມ ມີວິທີຮັບມືກັບໂລກລະບາດໂຄວິດ-19 ໄດ້ສ້າງຄວາມປະທັບໃຈທີ່ສຸດ, ພິເສດແມ່ນໃນການຊຸກຍູ້ປະຕິກິລິຍາ “ມີຄວາມສະໜິດຕິດພັນທີ່ສຸດ ແລະເປັນເຈົ້າການຮັບມື” ຂອງ ອາຊຽນ ໃນປີທີ່ເຕັມໄປດ້ວຍສິ່ງທ້າທາຍນີ້.

ບັນດານັກນັກຊ່ຽວຊານ SIIA ໃຫ້ຂໍ້ສັງເກດວ່າ, ໃນບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ, ຈາກວິທີຈັດຕັ້ງບັນດາກອງປະຊຸມສຸດຍອດຂອງ ອາຊຽນ, ນັບທັງພາຍໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມື,ສາມາດເຫັນໄດ້ວ່າ ອາຊຽນ ຮັກສາໄດ້ “ຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ” ແລະ ໃນອະນາຄົດ, ອາຊຽນ ລ້ວນແຕ່ສາມາດເຮັດໄດ້ດີກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ