ຫວຽດນາມ ຍູ້ແຮງການຮ່ວມມືກັບ ອົດສະຕາລີ ໃນຂົງເຂດລ້ຽງງົວພັນຊີ້ນ ແລະ ງົວພັນນົມ

ຫວຽດນາມ ຍູ້ແຮງການຮ່ວມມືກັບ ອົດສະຕາລີ ໃນຂົງເຂດລ້ຽງງົວພັນຊີ້ນ ແລະ ງົວພັນນົມ - ảnh 1
ຫວຽດນາມ ຍູ້ແຮງການຮ່ວມມືກັບ ອົດສະຕາລີ
ໃນຂົງເຂດລ້ຽງງົວພັນຊີ້ນ ແລະ ງົວພັນນົມ
(ພາບ: TTXVN)

(vovworld) - ງານ​ວາງສະ​ແດງ ​ແລະ ງານ​ຕະຫລາດ​ນັດງົວ​ພັນ​ຊີ້ນ, ງົວ​ພັນ​ນົມ ອາຊີ ປີ 2017 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 08/03 ຢູ່​ນະຄອນ ​ໂຮ່ຈີ​ມິນ​. ງານ​ວາງສະ​ແດງ ​ໂດຍ​ກົມ​ລ້ຽງສັດ (ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ) ສົມທົບ​ກັບ​ສະຫະ​ສະມາຄົມ​ສົ່ງ​ອອກ​ຊີ້ນ ​ແລະ ສັດ​ລ້ຽງ (MLA) ຂອງ​ ອົດ​ສະ​ຕາ​ລີ ຈັດ​ຕັ້ງ ​ເພື່ອ​​ແນ​ໃສ່​ອັບ​ເດັດ​ບັນດາ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເຕັກນິກ, ວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ​ໃນ​ການລ້ຽງ​ງົວ​ຈາກ​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ລ້ຽງສັດ​ພັດທະນາ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ມີ​ທ່ານ Graig Chittick ​​​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ຖື​ວ່າ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ມາ​ແຕ່​ດົນ​ນານ​ໃນ​ຂະ​ແໜງ​ການ​ລ້ຽງ​ງົວ​ພັນ​ຊີ້ນ ​ແລະ ງົວ​ພັນ​ນົມ ​ໂດຍ​ຜ່ານ​ຫລາຍ​ຮູບ​ການ. ​ການ​ຮ່ວມ​ມື​ໃນ​ການ​ລ້ຽງ​ສັດ, ການ​ຄ້າ​ລະຫວ່າງ ຫວຽດນາມ - ອົດ​ສະ​ຕາ​ລີ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ ​ແມ່ນ​ພື້ນ​ຖານ ​ເພື່ອ​ຮັກສາ​ການ​ພັດ​ທະນາ​ແບບ​ຍືນ​ຍົງ ຂອງ​ລະບົບສະໜອງ​ຜະລິດ​ຕະພັນ​ນົມ ​ແລະ ຊີ້ນ ​ໃນ​ສະພາບ​​ທີ່ມີ​ການ​ແກ່ງ​ແຍ້​ງກັນ​ນັບ​ມື້​ນັບ​ຮ້າຍ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ