ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການຊອກຫາ ເຮືອບິນຖືກຫາຍສາບສູນ ຂອງ ມາເລເຊຍ

ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການຊອກຫາ ເຮືອບິນຖືກຫາຍສາບສູນ ຂອງ ມາເລເຊຍ - ảnh 1
ທະຫານເຮືອ ຫວຽດນາມ ສັງເກດໜ້ານ້ຳທະເລຈາກເຮືອບິນ
(ພາບ: dantri.com.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 10/3, ຢູ່​ກອງ​ບັນຊາ​ການ​ຄະນະ​ກຳມະການ​ແຫ່ງ​ຊາດ​ກູ້​ໄພ​ກູ້​ຊີບ, ທ່ານ​ພົນ​​ໂທ ​ໂດ໋ບ໋າ​ຕິ, ຫົວໜ້າ​ເສນາ​ທິການ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ ຫວຽດນາມ, ​ໄດ້​ປະຊຸມ​ກັບ​ບັນດາ​ກຳລັງ​ກູ້​ໄພ​ກູ້​ຊີບ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເພື່ອ​ຮັບ​ຟັງ​ລາຍ​ງານ ​ແລະ ຊີ້​ນຳ​ໂດຍ​ກົງວຽກ​ງານ​ຊອກ​ຫາ​ເຮືອບິນ​ຂອງ ມາ​ເລ​ເຊຍ ຖືກ​ຫາຍ​ສາບ​ສູນ. ພົນ​ຕີ ຫວໍ​ວັນ​ຕວນ, ຮອງ​ຫົວໜ້າ​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ, ຮອບ​ປະທານ​ຄະນະ​ກຳມະການປ້ອງກັນ​ຄວາມ​ສະຫງົບ​ການບິນ​ພົນລະ​ເຮືອນ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:

    “ການ​ສົມທົບ​ລະຫວ່າງ​ບັນດາ​ກຳລັງ​ຂອງ​ພວກ​ເຮົາ​ໄດ້​ຈັດແບ່ງ​ຕາມ​ຫຼັກການຕາມ​ບໍລິເວັນໃນ​ປະຈຸ​ບັນ ມີ​ກຳ​ປັ່ນ​ຂອງ​ທະຫານ​ເຮືອ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ການ​ຊອກ​ຫາ ກັບ​ເຮືອບິນ​ຂອງ ມາ​ເລ​ເຊຍ, ສ່ວນ​ຝ່າຍ ຈີນ ​ໄດ້​ໃຫ້​ອະນຸຍາດ​ກຳ​ປັ່ນ​ທະຫານ​ເຮືອ 2 ລຳ ທີ່​ມີ​​ເລກໝາຍ 528 ​ແລະ 999 ຈະ​ເຂົ້າ​ບໍລິເວັນກ່ຽວຂ້ອງ​ເຖິງ​ເຂດ​ນ່ານທະ​ເລ​ຂອງ ຫວຽດນາມ ​ເຄື່ອນ​ໄຫວ​ພ້ອມ​ກັບ​ພວກ​ຂ້າພະ​ເຈົ້າ. ”

   ຊີ້​ນຳ​ກອງ​ປະຊຸມ, ທ່ານ​ພົນ​ໂທ ​ໂດ໋ບ໋າ​ຕິ, ຫົວໜ້າ​ເສນາ​ທິການກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກຳລັງ ກູ້​ໄພ​ກູ້​ຊີບ ຫວຽດນາມ ດຳເນີນການເກັບກູ້ວັດຖຸທີ່ກ່ຽວຂ້ອງໂດຍ​ໄວ, ​ເມື່ອ​ພົບ​ເຫັນວັດຖຸຕ້ອງ​ລາຍ​ງານ​ຕໍ່​ກອງ​ບັນຊາ​ການ​ໃນ​ທັນທີ.

 

ຂ່າວ/ບົດ​ອື່ນ