ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການສ້າງ ແລະ ປົກປັກຮັກສາສັນຕິພາບໃນໂລກ

ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການສ້າງ ແລະ ປົກປັກຮັກສາສັນຕິພາບໃນໂລກ - ảnh 1
ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ
​ຂອງ​ສະຫະ​ປະຊາ​ຊາດ ຢ່າງ​ເປັນ​ທາງ​ການ
(ພາບ: TTXVN)


(vovworld) – ວັນ​ທີ 30/10, ຢູ່​ສຳນັກງານ​ຕົ້ນ​ຕໍ່ຂອງ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ອາ​ເມ​ລິ​ກາ, ຄະນະ​ກຳມະການ​ບັນດາ​ບັນ​ຫາ​ການ​ເມືອງ​ພິ​ເສດ ​ແລະ ປອດ​ລ່າ​ເມືອງ​ຂຶ້ນ (ຄະນະ​ກຳມະການ 4), ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຊຸດ​ທີ 69, ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ ​ເພື່ອ​ແນ​ໃສ່​ພິຈາລະນາ ​ແລະ ປຶກສາ​ຫາລືຫົວ​ຊໍ້ “ສຳ​ຫຼວດກວດກາ​ຮອບດ້ານ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ”.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວ​ໜ້າຄະນະ​ຜູ້ຕາງ​ໜ້າ​ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາດ, ​ໄດ້​ແຈ້ງ​ໃຫ້​​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມຊາບ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຢ່າງ​ເປັນ​ທາງ​ການ ​ແຕ່​ເດືອນ 06/2014. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ດັ່ງກ່າວ ສະ​ແດງ​​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ທີ່​ຖືກຕ້ອງ ​ແລະ ຍາວ​ນານ​ຂອງ​ຫວຽດນາມ ​ເພື່ຶອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ວິ​ກິດ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສັນ​ຕິ​ພາບ​ຢູ່​ໃນໂລກ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ສະ​ເໜີ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ເຫດຜົນ​​ທີ່ກໍ່​ໃຫ້​ເກີດ​ບັນດາ​ການ​ປະ​ທະ​ກັນ, ​ໃຫ້​ບຸລິມະສິດ​ນຳ​ໃຊ້​ມາດຕະການ​ສັນຕິພາບ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ, ຜ່ານ​ນັ້ນປະກອບສ່ວນ​ແກ້​ໄຂ​ການ​ປະ​ທະ​ກັນ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ