ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນກອງປະຊຸມສະພາສິດທິມະນຸດຊຸດທີ 37

(VOVWORLD) - ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງກ່ຽວກັບການກຳນົດທິດສິດທິມະນຸດພາຍໃຕ້ແສງສະຫວ່າງຂອງຖະແຫຼງການສິດທິມະນຸດ
ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນກອງປະຊຸມສະພາສິດທິມະນຸດຊຸດທີ 37 - ảnh 1 ພາບປະກອບ

ສະພາຄວາມໝັ້ນຄົງ ສປຊ ໄດ້ອັດກອງປະຊຸມຊຸດທີ 37 ຢູ່ ເຊີແນວ, ປະເທດ ສະວິດ, ພາຍຫຼັງຮັບຮອງເອົາມະຕິ 41 ສະບັບ. ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳຫ້ອງການ ສປຊ ແລະ ບັນດາອົງການສາກົນອື່ນໆຢູ່ເຊີແນວ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາຍຫຼັງການເຮັດວຽກ 4 ອາທິດ, ເຊິ່ງສິ້ນສຸດລົງໃນວັນທີ 23 ມີນາ, ສະພາສິດທິມະນຸດໄດ້ປຶກສາຫາລືບັນດາບັນຫາຂຶ້ນກັບໂຄງການດຳເນີນງານຂອງຊຸມປີຜ່ານມາຄື: ສິດທິເດັກ, ສິດທິຄົນພິການ, ການຕ້ານການຈຳແນກເຜົ່າພັນ, ສະກັດກັ້ນໄພດັບສູນເຊື້ອຊາດ… ສະພາພິຈາລະນາສະພາບການສິດທິມະນຸດຢູ່ປະເທດຕ່າງໆຄື: ມຽນມາ, ສປປ ເກົາຫຼີ, ຊີຣີ, ຊູດານ ໃຕ້, ອີຣານ…

        ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງເນື້ອໃນຮ່າງມະຕິ ຫຼາຍສະບັບ, ເຂົ້າຮ່ວມການປົກປ້ອງມະຕິ 6 ສະບັບ, ໃນນັ້ນ ມີບັນດາມະຕິກ່ຽວຂ້ອງເຖິງການປົກປ້ອງກຸ່ມສັງຄົມທີ່ມີຄວາມສ່ຽງໄພສູງ, ເລື່ອງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ… ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງກ່ຽວກັບການກຳນົດທິດສິດທິມະນຸດພາຍໃຕ້ແສງສະຫວ່າງຂອງຖະແຫຼງການສິດທິມະນຸດ, ວາລະໂອ້ລົມສົນທະນາກັບນັກປາຖະກະຖາພິເສດກ່ຽວກັບສິດດ້ານທັນຍາຫານ, ປຶກສາຫາລືກ່ຽວກັບສະພາບການສິດທິມະນຸດຢູ່ ມຽນມາ, ກ່ຽວກັບສິດຂອງຄົນພິການ… ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ຕາງໜ້າໃຫ້ ອາຊຽນ ກ່າວຄຳເຫັນຍົກອອກທັດສະນະລວມທີ່ວາລະປຶກສາຫາລື ກ່ຽວກັບກົນໄກກວດກາປະຈຳໄລຍະ, ຢັ້ງຢືນນີ້ແມ່ນກົນໄກສຳຄັນຊ່ວຍຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືສາກົນ ກ່ຽວກັບສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ