ຫວຽດນາມ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຫວຽດນາມ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ - ảnh 1
ການເຈລະຈາລະຫວ່າງ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ແລະ ລັດເຊຍ
(ພາບ: qdnd.vn)

(​vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ນາຍ​ພົນ Sergei Shoigu, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະພັນ ລັດ​ເຊຍ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ​ໄດ້​ມີການ​ຢ້ຽມຢາມ​ມິດ​ຕະພາບ​ສະຫະພັນ ລັດ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ​ 7 – 10/8 ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ​ລະຫວ່າງ 2 ຄະນະ, ​ໃນວັນ​ທີ 7/8, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະພັນ ລັດ​ເຊຍ ​ແລະ ​ຖື​ວ່າການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສວມ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ. ບົນ​ພື້ນຖານ​ນັ້ນ, ທ່ານລັດຖະມົນຕີ ຟຸ່ງກວາງ​ແທງ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ, ໝັ້ນຄົງ, ຕິດ​ແທດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ແທ້ຈິງ​ຂ​ອງ​ແຕ່ລະ​ຝ່າຍ. ການ​ຮ່ວມ​ມື​ມີ​ປະສິດທິ​ຜົນ​ນີ້​ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ປັບປຸງ​ການ​ພົວພັນ​ໃນຂົງ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ຮັບປະກັນ​ສະພາບ​ແວດ​ແຫ່ງ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ກາ​ນພັດທະນາ​ປະ​ເທດ​ຊາດ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະພັນ ລັດ​ເຊຍ Sergei Shoigu ຢືນຢັນ​ວ່າ ສະຫະພັນ ລັດ​ເຊ​ຍ ຈະ​ຕັ້ງໜ້າ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການບຳລຸງ​ສ້າງ​ພັກ​ນັກ​ງານ, ​ເຕັກ​ນິກການ​ທະຫານ, ທະຫານ​ເຮືອ ​ແລະ ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ​ສຸດ​ໃຫ້​​ແກ່​ບັນດາ​ຂົງ​ເຂດ​ຮ່ວມ​ມື​ນີ້.

ຂ່າວ/ບົດ​ອື່ນ