ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຕໍ່​ຮູບ​ແບບ​ຮ່ວມ​ມື​ຂອງ WB

(VOVWORLD) -ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມຂອງ WBG, ໂດຍສະເພາະແມ່ນໃນສະພາບການທີ່ໂລກພວມຫັນເປັນດີຈີຕອນ; WBG ໄດ້ຊ່ວຍ ຫວຽດນາມ ຈາກການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຕະຫຼອດຮອດການພັດທະນາ ແລະ ໃຫ້ບຸລິມະສິດສຸມໃສ່ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານໃນປັດຈຸບັນ. 
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຕໍ່​ຮູບ​ແບບ​ຮ່ວມ​ມື​ຂອງ WB - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນ

ໃນຂອບເຂດກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ຢູ່ Sharm El – Sheikh, ອີຢິບ, ວັນທີ 8 ພະຈິກ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມເຫດການກ່ຽວກັບການຍູ້ແຮງການເຄື່ອນໄຫວຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍກຸ່ມທະນາຄານໂລກ (WBG) ຈັດຕັ້ງ. ນະທີ່ນີ້, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມຂອງ WBG, ໂດຍສະເພາະແມ່ນໃນສະພາບການທີ່ໂລກພວມຫັນເປັນດີຈີຕອນ; WBG ໄດ້ຊ່ວຍ ຫວຽດນາມ ຈາກການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຕະຫຼອດຮອດການພັດທະນາ ແລະ ໃຫ້ບຸລິມະສິດສຸມໃສ່ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານໃນປັດຈຸບັນ. ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍສະເໜີໃຫ້ WBG ສືບຕໍ່ໃຫ້ການໜູນຊ່ວຍເພື່ອໃຫ້ບັນດາປະເທດໄດ້ສຳຜັດກັບກອງທຶນ  ແລະ ຕ້ອງມີຍຸດທະສາດບຸລິມະສິດໃຫ້ແກ່ໄລຍະຈະມາເຖິງ. ຫວຽດນາມ ປາດຖະໜາວ່າ ທະນາຄານໂລກ (WB) ສວມບົດບາດສຳຄັນໃນການຫັນປ່ຽນພະລັງງານ, ກໍຄືຕີລາຄາສູງຮູບແບບການຮ່ວມມືຂອງ WB ຜ່ານບ້ວງເງິນໜູນຊ່ວຍທາງດ້ານເຕັກນິກ ແລະ ໂຄງການລົງທຶນຕ່າງໆ.

ງອກແທກ, ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ