ຫວຽດນາມ ຕອບສະໜອງ ”ວັນດິນນ້ຳຖ້ວມໂລກປີ 2013”

ຫວຽດນາມ ຕອບສະໜອງ ”ວັນດິນນ້ຳຖ້ວມໂລກປີ 2013” - ảnh 1

ພາບປະກອບ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 2/2, ຢູ່ ຮ່າ​ໂນ້ຍ ​ໄດ້ປຸກລະດົມ​ຂະ​ບວນການ​ທົ່ວ​ປວງ​ຊົນ​ຕອບ​ສະໜອງ ”ວັນ​ດິນ​ນ້ຳ​ຖ້ວມ​ໂລກ” ດ້ວຍ​ຫົວ​ຂໍ້​ວ່າ ”ວັນ​ດິນ​ນ້ຳ​ຖ້ວມ​ໂລກປີ 2013 - ພ້ອມ​ກັນ​ປົກ​ປັກ​ຮັກສາ​ແຫຼ່ງນ້ຳ”. ວັນ​ທີ 2/2 ຂອງ​ທຸກ​ປີ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ວັນ​ດິນ​ນ້ຳ​ຖ້ວມ​, ຕາມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ນຳ​ໃຊ້​ເຂດ​ດິນ​ນ້ຳ​ຖ້ວມ​ຢ່າງ​ເໝາະ​ສົມ. ຢູ່​ຫວຽດນາມ, ດ້ວຍ​ເນື້ອ​ທີ່​ດິນ​ນ້ຳ​ຖ້ວມ​ກວ່າ 10 ລ້ານ​ເຮັກຕາ, ນັ້ນ​ແມ່ນ​ລະບົບ​ແມ່​ນ້ຳ, ໜອງ, ຫ້ວຍ, ສະ​ນ້ຳ…ມັນ​ໄດ້ຕິດ​ພັນ​ກັບ​ປະຊາຊົນ ​ແລະ ມີ​ບົດບາດ​ໃຫຍ່​ຫຼວງ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​​ເຂົາ​ເຈົ້າ. ຕອບ​ສະໜອງ​ເຫດການ​ນີ້, ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ, ສູນ​ຄົ້ນ​ຄ້ວາ​ສິ່ງ​ແວດ​ລ້ອມ ​ແລະ ປະຊາ​ຄົມ, ສະ​ໂມ​ສອນ​ໜອງ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ວັນດິນນ້ຳ​ຖ້ວມ​ 2013 ຂຶ້ນ. ທ່ານ​ນາງ ຮ່ວາງ​ທິ​ແທນ​ຍ່ານ, ຮອງ​ຫົວໜ້າ​ກົມ​ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ, ສັງກັດ​ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

”ນ້ຳ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບ​ຊີວິດ ​ແລະ​ ດິນ​ນ້ຳ​ຖ້ວມ​ກໍ່​ມີ​ບົດບາດ​ໃນ​ການ​ຮັກສາ​ແຫຼ່ງນ້ຳ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ເຂົ້າ​ຮ່ວມ​ການ​ອະນຸລັກ​ຮັກສາ​ດິນ​ນ້ຳ​ຖ້ວມ ຜ່ານ​ການ​ເຄື່ອນ​​ໄຫວ​ຕ່າງໆ​ຄື​ທຳ​ຄວາມ​ສະອາດ​ໃຫ້​ເຂດ​ໜອງ​, ກຳຈັດ​ຂີ້​ເຫຍື່ອ​ຢູ່​ເຂດ​ດິນ​ນ້ຳ​ຖ້ວມ”.

ຂ່າວ/ບົດ​ອື່ນ