ຫວຽດນາມ ຕອບສະໜອງ ວັນສິ່ງແວດລ້ອມສາກົນ 5/6

ຫວຽດນາມ ຕອບສະໜອງ ວັນສິ່ງແວດລ້ອມສາກົນ 5/6 - ảnh 1
( ພາບປະກອບຈາກ : vea.gov.vn )

( vovworld ) –   ຕອນ​ເຊົ້າ​ວັນ​ທີ 8/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ Quang Ninh ​ແລະ ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ເພື່ອ​ອອກ​ແຈ້ງ​ການ​ກ່ຽວ​ກັບ​ບັນດາ​ເຫດການ​ຕອບສະໜອງ​ວັນ​ສິ່ງ​ແວດ​ລ້ອມ​ສາກົນ 5/6 ​ແລະ ປີ​ສາ​ກົນ​ກ່ຽວ​ກັບ​ພະລັງງານ​ໝັ້ນຄົງ 2012. ວັນ​ສິ່ງ​ແວດລ້ອມສາກົນ 5/6/2012 ມີ​ຫົວ​ຂໍ້​ວ່າ “ ​ເສດຖະກິດ​ຂຽວ, ມີ​ບົດບາດ​ຂອງ​ເພື່ອນ ” ​ໄດ້​ສ່ອງ​ແສງ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ເສດຖະກິດ​ຂຽວ ​ແມ່ນ​ບາດກ້າວ​ເດີນ​ຕໍ່​ໄປ​​​ເພື່ອ​ມຸ່ງ​ໄປ​ສູ່​ສະຕະ​ວັດ​ທີ 21 ໝັ້ນຄົງ, ດ້ວຍອັດຕາ ​cacbon ​ໃນ​ຊັ້ນອາກາດ​ຕໍ່າ ​ແລະ ບັນດາ​​ແຫຼ່ງຊັບພະຍາກອນ​ເຊື້ອ​​ໄຟ​ຖືກນຳ​ໃຊ້​ຢ່າງ​ມີ​ປະສິດທິ​ພົນ.

        ບັນດາ​ການ​ເຄື່ອນ​ໄຫວ​ສະ​ໜອງ​ວັນສິ່ງ​​ແວດ​ລ້ອມ​ສາກົນ ​ແລະ ປີ​ສາ​ກົນ​ກ່ຽວ​ກັບ​ພະລັງງານ​ໝັ້ນຄົງ 2012 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 – 5/6/2012.ຢູ່​ນະຄອນ Ha Long, ​ແຂວງ Quang Ninh. ຈຸດ​ສຸມ​ແມ່ນ​ງານ​ໂຮມ​ຊຸມ​ນຸມມິດ​ຕິງ​​ລະດັບຊາດຕອບ​ສະໜອງວັນສິ່ງ​​ແວດ​ລ້ອມ​ສາກົນ​ໃນ​ຕອນ​ເຊົ້າ​ວັນ​ທີ 5/6. ທ່ານ​ຮອງລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ Bui Cach Tuyen ​ໃຫ​້ຮູ້​ວ່າ.

        “ ຫວຽດນາມ ​ແມ່ນ​ປະ​ເທດ​ໄດ້​ສຳ​ພັດ​ກັບ​ພື້ນຖານ​ເສດຖະກິດ​ຂຽວ ດ້ວຍ​ບັນດາ​ລາຍການ​ຢ່າງ​ລະອຽດ. ສິ່ງ​ດັ່ງ​ກ່າວ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການ​ປະຕິບັດ​ຈຸດໝາຍ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ, ຫຼຸດຜ່ອນ​ຜົນ​ກະທົບ​ຈາກການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ. ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ຫວຽດນາມ​ໄລຍະ 2011 2020 ​ໄດ້​ຊີ້​ໃຫ້​​ເຫັນວ່າ ຮອດ​ປີ 2020, ບັນດາ​ຮາກ​ຖານ​ຜະລິດດຳ​ເນີນ​ທຸ​ລະ​ກິດ​ຊິ່ງຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ​ນັ້ນ ຕ້ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສະອາດ, ​ຮັກສາ​ສິ່ງ​ແວດ​ລ້ອມ ຫຼື ປະກອບບັນດາ​ພາຫະນະເຄື່ອງ​ຈັກ​ຫຼຸດຜ່ອນການ​ກໍ​ມົນ​ລະ​ພິດ​ຕໍ​ສິ່ງ​ແວດ​ລ້ອມ, ​ກຳຈັດ​ທາດ​ເສດ​ເຫຼືອ. ຍຸດ​ທະ​ສາດ​ໄດ້​ເນັ້ນ​ໜັກ​ວ່າ ການພັດທະນາ​ເສດຖະກິດຕ້ອງ​ຕິດພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ເສດຖະກິດ​ຂຽວ. ສິ່ງ​ແວດ​ລ້ອມ​ໄດ້​ກຳນົດ​ວ່າ​ແມ່ນ​ໜື່ງ​ໃນ 3 ​ເສົາຄ້ຳ​ຂອງ​ການ​ພັດທະນາ​ນັ້ນແມ່ນ ​ເສດຖະກິດ - ສັງຄົມ - ສິ່ງ​ແວດ​ລ້ອມ ”.

ຂ່າວ/ບົດ​ອື່ນ